ນັກສຶກສາ ມຊ ໄດ້ຮັບທຶນການສຶກສາ ຈາກບໍລິສັດລ້ານຊ້າງປະກັນໄພ ມູນຄ່າ 20 ລ້ານກີບ

208

ໃນຕອນເຊົ້າວັນທີ 15 ມັງກອນ 2020 ນີ້, ຫ້ອງການຄຸ້ມຄອງນັກສຶກສາໄດ້ຈັດພິທີມອບ-ຮັບທຶນການສຶກສາ ຂຶ້ນທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ໂດ໋ດັງຄາງ ຜູ້ອຳນວຍການ ບໍລິສັດລ້ານຊ້າງປະກັນໄພມະຫາຊົນ, ທ່ານ ຫງຽ້ນງັອກທາງ ທູດການສຶກສາ ສສ. ຫວຽດນາມປະຈຳລາວ, ມີບັນດາທ່ານຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງທັງສອງຝ່າຍ ແລະນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.

ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ໄດ້ໃຫ້ການຊ່ວຍເຫຼືອທຶນການສຶກສາແກ່ນັກສຶກສາ ມຊ. ແມ່ນເລີມມາແຕ່ສົກສຶກສາ 2018-2019 ເຊິ່ງມີຈຸດປະສົງເພື່ອຊຸກຍູ້ ແລະສົ່ງເສີມທຶນການສຶກສາໃຫ້ແກ່ນັກສຶກສາທີ່ມີຄຸນສົມບັດດີ, ຮຽນດີ, ຮຽນເກັ່ງ ຖານະຄອບຄົວທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ ເປັນລູກກຳພ້າກຳພອຍ ໄດ້ມີໂອກາດສຶກສາຕໍ່ໃຫ້ສໍາເລັດການສຶກສາໃນລະດັບມະຫາວິທະຍາໄລ, ເຊິ່ງປີນີ້ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ໄດ້ມອບທຶນການສຶກສາໃຫ້ແກ່ ມຊ. ຈຳນວນ 10 ທຶນ; ລວມມູນຄ່າ 20.000.000 ກີບ.ໃຫ້ນັກສຶກສາທີ່ກໍາລັງສຶກສາຢູ່ຄະນະອັກສອນສາດ ພາກວິຊາພາສາລາວ, ພາກວິຊາພາພາສາຫວຽດນາມ ແລະພາກວິຊາພາສາເກົ່າຫຼີ.ສ່ວນການເບີກຈ່າຍແມ່ນຄະນະຮັບຜິດຊອບທຶນດັ່ງກ່າວໄດ້ເບີກໃຫ້ຜູ້ລະ 2.000.000 ກີບຕໍ່ຄົນ.

ຈາກ: nuol.edu.la/ind