ນາຍົກລັດຖະມົນຕີ ອອກຄໍາສັ່ງ ໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກແກ່ການອະນຸຍາດລົງທຶນ ແລະ ການດໍາເນີນທຸລະກິດຢູ່ ສປປ ລາວ

333

ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຈະແຈ້ງ ໂດຍສະເພາະການປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ແລະ ການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັເອກະພາບໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂອບເຂດທົ່ວປະເທດ, ຍົກລະດັບຄວາມສັກສິດໃນການປະຕິບັດກົດໝາຍ, ເພີ່ມທະວີຄວາມອາດສາມາດໃນການແຂ່ງຂັນດຶງດູດການລົງທຶນ ແລະ ເພື່ອເຮັດໃຫ້ການລົງທຶນຂອງພາກເອກະຊົນສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງ ສະບັບເລກທີ 03/ນຍ ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ເຖິງບັນດາທ່ານລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດທີ່ມີຄວາມຮັບຜິດຊອບ ກ່ຽວກັບວຽກງານສົ່ງເສີມການລົງທຶນ, ການບໍລິການ, ການລົງທຶນປະຕູດຽວຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ກໍານົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກແກ່ການອະນຸຍາດລົງທຶນ ແລະ ການດໍາເນີນທຸລະກິດຢູ່ ສປປ ລາວ.

1.ມອບໃຫ້ຂະແໜງການ ແລະ ການລົງທຶນ ປະຕິບັດດັ່ງນີ້:

1.1.ປັບປຸງການບໍລິການ ການລົງທຶນປະຕູດຽວ ເປັນກົນໄກອໍານວຍຄວາມສະດວກໃຫ້ນັກລົງທຶນ ໂດຍການສະໜອງການບໍລິການຕ້ອນຮັບ, ສະໜອງຂໍ້ມູນການລົງທຶນ, ການບໍລິການອອກໃບອະນຸຍາດລົງທຶນ ຂອງກິດຈະການສໍາປະທານ ແລະ ກິດຈະການຄວບຄຸມ, ໃບສົ່ງເສີມການລົງທຶນ ແລະ ການບໍລິການຫຼັງການອະນຸຍາດ ເປັນຕົ້ນ: ການບໍລິການ VISA, ບັດພັກເຊົາ, ບັດແຮງງານໃຫ້ຜູ້ລົງທຶນ. ພ້ອມດຽວກັນນັ້ນ ກໍໃຫ້ບໍລິການປະສານງານຕິດຕາມເອົາຄໍາເຫັນຂອງຂະແໜງການໃນບັນຊີ ກິດຈະການສໍາປະທານ ແລະ ກິດຈະການຄວບຄຸມ ແລະ ປະສານງານເພື່ອໃຫ້ໄດ້ໃບທະບຽນວິສາຫະກິດ, ໃບທະບຽນອາກອນ ແລະ ໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການ ເພື່ອມອບໃຫ້ນັກລົງທຶນ ແລະ ການບໍລິການອື່ນໆຢູ່ຈຸດດຽວ.

1.2.ພາຍຫຼັງໄດ້ຮັບເອກະສານການຮ້ອງຂໍລົງທຶນແລ້ວ ຫ້ອງການການບໍລິການລົງທຶນປະຕູດຽວ ຕ້ອງສົ່ງເອກະສານໄປຂໍຄໍາເຫັນນໍາຂະແໜງການກ່ຽວຂ້ອງ ພາຍໃນກໍານົດ 2 ວັນລັດຖະການ,ເມື່ອໄດ້ຮັບຄໍາເຫັນ ຕອບຄືນຄົບຖ້ວນແລ້ວຕ້ອງນໍາສະເໜີບັນຫາດັ່ງກ່າວ ຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາອະນຸມັດ ຫຼື ປະຕິເສດ.

1.3.ການຍື່ນຄໍາຮ້ອງຂໍລົງທຶນໃນກິດຈະການສໍາປະທານ ແລະ ກິດຈະການຄວບຄຸມ ແມ່ນໃຫ້ຍື່ນເອກະສານສະເໜີຂໍລົງທຶນ ຜ່ານຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ຕັ້ງຢູ່ກົມສົ່ງເສີມການລົງທຶນ; ຂັ້ນແຂວງ, ນະຄອນຫຼວງວຽງຈັນ ຕັ້ງຢູ່ພະແນກແຜນການ ແລະ ການລົງທຶນຕາມການແບ່ງຂັ້ນຄຸ້ມຄອງ. ໂດຍບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕ້ອງແນະນໍາໃຫ້ຜູ້ລົງທຶນດໍາເນີນການຍື່ນຄໍາຮ້ອງໃຫ້ຖືກຕາມຂັ້ນຕອນ ເພື່ອເຮັດໃຫ້ການຄົ້ນຄວ້າຢ່າງເປັນລະບົບ ແລະ ສອດຄ່ອງກັບກົດໝາຍ.

1.4.ສ້າງລະບົບເອເລັກໂຕຣນິກ ເພື່ອເຊື່ອມຕໍ່ຂໍ້ມູນກ່ຽວກັບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ, ໃບທະບຽນອາກອນ ແລະ ອະນຸຍາດດໍາເນີນທຸລະກິດ ລະຫວ່າງຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງໃຫ້ເປັນຖານຂໍ້ມູນດຽວ.

1.5.ເປັນເຈົ້າການສັງລວມບັນຊີຜະລິດຕະພັນສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ຈາກຂະແໜງການກ່ຽວຂ້ອງທີ່ສາມາດຜະລິດ ແລະ ສະໜອງໄດ້ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນໃນການຂໍນະໂຍບາຍນໍາເຂົ້າຂອງບັນດາໂຄງການພາກເອກະຊົນໃຫ້ວ່ອງໄວ.

ລາຍລະອຽດຕາມຄຳສັ່ງດັ່ງລຸ່ມນີ້: