ປະທານກໍາມະບານ ນວ ເນັ້ນສະມາຊິກໃໝ່ໃນ ບໍລິສັດ ໂຄລາວ ເປັນແບບຢ່າງນໍາໜ້າ

147

ໃນພິທີຮັບສະມາຊິກກໍາມະບານໃໝ່ໂດຍສະເພາະພະນັກງານ ກຸ່ມບໍລິສັດ ໂຄລາວ ປະທານສະຫະພັນກໍາມະບານນະຄອນຫຼວງ ໄດ້ໂອ້ລົມໃຫ້ທິດຊີ້ນໍາເພື່ອເປັນຄະຕິເຕືອນໃຈ ແລະ ນໍາໄປປະຕິບັດ. ໃນນັ້ນ, ບັນຫາການເມືອງແນວຄິດຕ້ອງໜັກແໜ້ນເປັນກົກ ເພື່ອເປັນແບບຢ່າງນໍາໜ້າໃຫ້ເພື່ອນຮ່ວມງານ.

ທ້າຍອາທິດຜ່ານມານີ້, ທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກໍາມະບານນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດເຂົ້າຮ່ວມພິທີຮັບສະມາຊິກກຳມະບານໃໝ່ໃນ ກຸ່ມບໍລິສັດ ໂຄລາວ ໂອກາດດັ່ງກ່າວທ່ານໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວປະເທດມີສະມາຊິກກໍາມະບານ 2 ແສນກວ່າສະຫາຍ; ພາຍໃນນະຄອນຫຼວງ 10 ພັນກວ່າສະຫາຍ ເຊິ່ງຍັງຈະສືບຕໍ່ຂະຫຍາຍສະມາຊິກໃຫ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ.

ທ່ານຍັງໂອ້ລົມ ແລະ ເນັ້ນໃຫ້ບັນດາສະມາຊິກໃໝ່ມີຄວາມເປັນແບບຢ່າງໃນການປະຕິບັດລະບຽບ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ, ເປັນເຈົ້າການຮັກສາຊັບສົມບັດສ່ວນລວມຄືກັບຂອງຕົນເອງ ແລະ ເອົາໃຈໃສ່ຝຶກອົບຮົມຈິດໃຈທາງດ້ານການເມືອງແນວຄິດໃຫ້ໜັກແໜ້ນ.

“ ທິດສະດີບອກວ່າ: ຖ້າການເມືອງບໍ່ໜັກແໜ້ນ ແນວຄິດກໍຄອນແຄນ ຖ້າແນວຄິດຄອນແຄນ ຈິດກໍຫວັ່ນໄຫວ ຖ້າຈິດຫວັ່ນໄຫວ ມັນກໍຜັນປ່ຽນໄປທາງລົບ ອຸດົມການໝາຍໝັ້ນສັງຄົມນິຍົມ ມັນກໍຖືກພັງສະຫຼາຍ ” ທ່ານ ແກ່ນຄໍາ ຫົດທິລາດ ກ່າວ.

ພິທີຮັບສະມາຊິກກໍາມະບານໃນ ກຸ່ມບໍລິສັດ ໂຄລາວ ໄດ້ຈັດຂຶ້ນໃນວັນທີ 17 ມັງກອນຜ່ານມາ ທີ່ສໍານັກງານ ກຸ່ມບໍລິສັດ ໂຄລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກໍາມະບານນະຄອນຫຼວງ, ທ່ານ ປອ. ວຽງທອງ ຈັນລີວົງ ຕາງໜ້າ ກຸ່ມບໍລິສັດ ໂຄລາວ ພ້ອມດ້ວຍພະນັກງານສະຫະພັນກໍາມະບານ ແລະ ສະມາຊິກໃໝ່ເຂົ້າຮ່ວມ.

ໃນພິທີດັ່ງກ່າວໄດ້ມີການແຕ່ງຕັ້ງຄະນະປະທານກໍາມະບານຮາກຖານ ບໍລິສັດ ໂອໂຕເວີນ ( ໂຄລາວດີວີລົບພິງ ) ຈໍາກັດ ທັງໝົດ 7 ສະຫາຍ.