ຫຼາຍພາກສ່ວນ ແຈ້ງຮ່ວມເປຕັງ ຊີງແຊັມປະທານສະໂມສອນ ເທນເນີ້ຕຸ່ນ ສະຫຼອງ 71 ປີທ້າຍອາທິດນີ້

169

ພາຍຫຼັງທີ່ໄດ້ອອກແຈ້ງການມາແຕ່ທ້າຍປີ 2019 ຜ່ານມາ ນັບມາຮອດປັດຕຸບັນ ກໍມີຫຼາຍພາກສ່ວນແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊຢ່າງຫຼວງຫຼາຍ ໃນລາຍການ ແຂ່ງຂັນເປຕັງປະເພດທີມຄູ່ຊາຍ ຊີງຂັນປະທານສະໂມສອນ ເປຕັງ ເທນເນີ້ຕຸ່ນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 71 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ Vll ຂອງອົງຄະນະພັກເມືອງຈັນທະບູລີ ເຊິ່ງຈະໄຂຂຶ້ນໃນມໍ່ໆນີ້ ໂດຍການແຂ່ງຂັນລາຍການດັ່ງກ່າວ ຈະຈັດຂຶ້ນ ໃນວັນທີ 18 ມັງກອນນີ້ ທີ່ສະໂມສອນ ເປຕັງ ຕຸ່ນຈິເວີຣີ ບ້ານທົ່ງຂັນຄຳ ເມືອງຈັນທະບູລີ.

ຕາມການໃຫ້ສຳພາດຂອງ ທ່ານ ວັດທະນາ ສີໂພນໄຊ ຜູ້ຈັດການສະໂມສອນ ເປຕັງ ຕຸ່ນຈິເວີຣີ ໃນຕອນເຊົ້າວັນທີ 16 ມັງກອນ 2020 ແຈ້ງໃຫ້ຊາບວ່າ: ຫຼັງຈາກທີ່ໄດ້ມີການເຖິງບັນດາສະໂມສອນ, ພະແນກການ, ຂະແໜງ ແລະ ຫ້ອງການອ້ອມຂ້າງເມືອງຈັນທະບູລີ ກໍຄື ທົ່ວນະຄອນຫຼວງ ຮັບຮູ້ຢ່າງທົ່ວເຖິງແລ້ວ ເພື່ອເຈົ້າຮ່ວມການແຂ່ງຂັນເປຕັງປະເພດທີມຄູ່ຊາຍ ຊີງຂັນປະທານສະໂມສອນ ເປຕັງ ເທນເນີ້ຕຸ່ນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 71 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ Vll ຂອງອົງຄະນະພັກເມືອງຈັນທະບູລີ ເຊິ່ງຈະໄຂຂຶ້ນໃນມໍ່ໆນີ້ ການແຂ່ງຂັນລາຍການດັ່ງກ່າວ ຈະຈັດຂຶ້ນ ໃນວັນທີ 18 ມັງກອນນີ້ ທີ່ສະໂມສອນ ເປຕັງ ຕຸ່ນຈິເວີຣີ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ມາຮອດປັດຈຸບັນ ກໍມີບັນດາພາກສ່ວນແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊແລ້ວ ຈຳນວນ 35 ພາກສ່ວນ ແລະ ຄາດວ່າ ໃນມື້ແຂ່ງຂັນຕົວຈິງ ຈະມີທີມສະໝັກຮ່ວມແຂ່ງຂັນເພີ້ມຂຶ້ນອີກ ລາຍການດັ່ງກ່າວ ມີການດຳນົດເງື່ອນໄຂນັກກີລາ ສຳລັບນັກກີລາທີມຊາດຊຸດຊີເກມ ຟິລິບປິນ, ກີລາເຂດອຸດົມໄຊ ເກມ ແລະ ນັກກກີລາຕ່າງຊາດ ແມ່ນຢືນໄດ້ຄົນດຽວ ຈັບຄູ່ກັນບໍ່ໄດ້ ເລີ່ມແຂ່ງຂັນຕັ້ງແຕ່ ເວລາ 9:30 ໂມງ ເປັນຕົ້ນໄປ ທີມໜຶ່ງລົງຄ່າສະໝັກໄດ້ 1,5 ແສນກີບ ແລະ ນັກກີລາທຸກທີມຕ້ອງນຸ່ງເຄື່ອງໃຫ້ເປັນລະບຽບຮຽບຮ້ອຍ.

ສໍາລັບ ທີມຊະນະເລີດ ອັນດັບທີ 1 ແມ່ນຈະໄດ້ຮັບຂັນແຊັມ ພ້ອມເງິນລາງວັນ ຈຳນວນ 3 ລ້ານກີບ, ອັນດັບທີ 2 ຈະໄດ້ຮັບຂັນ ແລະ ເງິນລາງວັນ 2 ລ້ານກີບ ແລະ ອັນດັບທີ 3 ຮ່ວມ ຈະໄດ້ຮັບລາງວັນ ທີມລະ 5 ແສນກີບ.