ປາຊ໋ອດບົວລະພາອາຫານດີມີປະໂຫຍດ

166

ບົວລະພາ ຫຼື OCIMUM BASILICUM LINN ຢູ່ໃນວົງ LABIATAE ມີປະໂຫຍດທາງຢາພື້ນເມືອງຫຼາຍຢ່າງ ສາມາດຊ່ວຍແກ້ປວດ, ແກ້ຫວັດ, ແກ້ຖອກທ້ອງ, ຊ່ວຍໃຫ້ຈະເລີນອາຫານ, ຊ່ວຍຂັບເຫື່ອ, ຊ່ວຍຂັບເສມຫະ, ຊ່ວຍຂັບລົມ, ແກ້ເຈັບຫົວ, ປວດຄໍ່ ແລະ ແກ້ໜອງໃນ.

ສ່ວນປະສົມ: ຊີ້ນປາ 200 ກຣາມ ( ສາມາດໃຊ້ຊີ້ນປາໄດ້ທຸກຊະນິດ ); ໃບບົວລະພາ 1 ຖ້ວຍນ້ອຍ; ນ້ຳຕົ້ມສຸກ 1/2 ຖ້ວຍນ້ອຍ; ນ້ຳເຜິ້ງ 1 ບ່ວງແກງ;ນ້ຳໝາກນາວ 1 ບ່ວງແກງ; ຜັກສະຫຼັດ ຫຼື ຜັກກາດຂາວຕາມໃຈມັກ; ໝາກເຫຼ່ນຊອຍບາງໆຕາມໃຈມັກ ແລະ ເປືອກໝາກນາວຊອຍຝອຍນ້ອຍໆ.

ວິທີປຸງແຕ່ງ: ລ້າງຊີ້ນປາໃຫ້ສະອາດແລ້ວຊອຍເປັນຕ່ອນພໍປະມານ ແລະ ນຳມາປີ້ງໃນໝໍ້ບໍ່ຕິດນ້ຳມັນ ( ໃສ່ນ້ຳມັນໜ້ອຍໜຶ່ງພໍບໍ່ໃຫ້ມັນແຫ້ງຕິດໝໍ້ ) ປີ້ງຈົນຊີ້ນປາເປັນສີເຫຼືອງສຸກດີ ຈຶ່ງເອົາຂຶ້ນໃສ່ຈານກຽມໄວ້. ຈາກນັ້ນ, ກຽມເຮັດຊ໋ອດບົວລະພາໂດຍເອົາໃບບົວລະພາ ແລະ ນຳໃສ່ເຄື່ອງປັ່ນໃຫ້ລະອຽດ.

ຫຼັງຈາກນັ້ນ, ຖອກໃສ່ຖ້ວຍແລ້ວຈຶ່ງເອົານ້ຳເຜິ້ງ ແລະ ນ້ຳໝາກນາວປະສົມໃຫ້ເຂົ້າກັນແລ້ວຊີມລົດຊາດສົ້ມຫວານຕາມໃຈມັກ ເມື່ອຮຽບຮ້ອຍກໍຈັດໃສ່ຈານໂດຍເອົາຜັກສະຫຼັດລົງກ່ອນໝາກເຫຼ່ນ ແລ້ວຈຶ່ງວາງຕ່ອນປາລົງແລ້ວຕັກຊ໋ອດບົວລະພາລົງຊີ້ນປາ ສຸດທ້າຍໂຮຍເປືອກໝາກນາວແຕ່ງໜ້າເລັກໜ້ອຍເປັນອັນວ່າຮຽບຮ້ອຍ.

ໝາຍເຫດ: ຖ້າເຮັດເປັນອາຫານປົກກະຕິສຳລັບຊ໋ອດບົວລະພາໃຫ້ໃສ່ໝາກເຜັດ, ກະທຽມ ແລະ ຮາກຜັກຫອມປ້ອມ. ຈາກນັ້ນ, ຕາມດ້ວຍນ້ຳໝາກນາວ ແລະ ນໍ້າປາລົງໄປປະສົມໃຫ້ເຂົ້າກັນ ສາມາດໃຊ້ເປັນນ້ຳແຈ່ວຈ້ຳອາຫານທະເລຈະຊ່ວຍແກ້ຄາວໄດ້ເປັນຢ່າງດີ.

( ຂໍ້ມູນຈາກ: easycooking-menu.com)