ອາຫານດີມີປະໂຫຍດຕໍ່ການຕ້ານອະນຸມູນອິດສະຫຼະ

158

ມື້ນີ້ເຮົາມີອາຫານການກິນທີ່ຊ່ວຍຕ້ານຄວາມເຖົ້າ ຫຼື ຕ້ານອະນຸມູນອິດສະຫຼະມາຝາກ ຖ້າບໍ່ຢາກແກ່ກ່ອນໄວອັນຄວນຕ້ອງກິນອາຫານທີ່ມີປະໂຫຍດ.

ບ໊ອກໂຄຣີ: ມີສານຊັນໂພລາເຟນທີ່ຊ່ວຍລ້າງສານພິດໃນຮ່າງກາຍ, ຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະ ແລະ ຊ່ວຍເພີ່ມພູມຄຸ້ມກັນ. ນອກຈາກນີ້, ຍັງບຳລຸງຜິວພັນ, ເພີ່ມຄວາມຫົດຢືດໃຫ້ຜິວໜັງ ແລະ ຊະລໍຜິວພັນບໍ່ໃຫ້ຫ່ຽວແຫ້ງ.

ນົມຖົ່ວເຫຼືອງ: ຊ່ວຍຫຼຸດ ຄວາມດັນ, ຊ່ວຍເພີ່ມໄຂມັນດີ ແລະ ຊ່ວຍປ້ອງກັນການອັດຕັນຂອງໄຂມັນໃນເສັ້ນເລືອດ.

ແອັບເປິລ: ມີສານຕ້ານອະນຸມູນອິດສະຫຼະ, ຊ່ວຍໃນການສະລໍໄວ ແລະ ປ້ອງກັນສະໝອງຈາກພາວະຖືກທຳລາຍ ( ກິນແບບບໍ່ຕ້ອງປອກເປືອກ ).

ວາຍແດງ: ຊ່ວຍກະຕຸ້ນ ຄວາມຈື່ຈຳ ແລະ ການຮັບຮູ້, ຊ່ວຍຫຼຸດຄວາມຕຸ້ຍ ແລະ ພາວະໄຂມັນອັດຕັນ, ຊ່ວຍຫຼຸດພະຍາດຕັບ, ເບົາຫວານ, ມີສານຕໍ່ຕ້ານອະນຸມູນອິດສະຫຼະ, ຊ່ວຍປ້ອງກັນຮ່າງກາຍຈາກຄວາມເສຍຫາຍ ແລະ ຊະລໍຄວາມເຖົ້າໄດ້.

ປາແຊລມ້ອນ: ສານສີສົ້ມໃນປາແຊລມ້ອນເປັນສານໃນກຸ່ມຄາໂລຕິນທີ່ຊ່ວຍຕ້ານອະນຸມູນອິດສະຫຼະ ຈຶ່ງສົ່ງຜົນໃຫ້ຫົວໃຈມີສຸຂະພາບດີ, ຊ່ວຍປ້ອງກັນພະຍາດໝາກໄຂ່ຫຼັງ ແລະ ພະຍາດເບົາຫວານ.

( ຂໍ້ມູນຈາກ: women.mthai.com )