ທະນາຄານພັດທະນາລາວ ສາຂາແຂວງສາລະວັນ ມີລູກຄ້າ 26 ພັນກວ່າບັນຊີ

352
????????????????????????????????????

ນັບແຕ່ປີ 2014 ເປັນຕົ້ນມາຮອດປີ 2019 ທະນາຄານພັດທະນາລາວ ສາຂາແຂວງສາລະວັນ ມີບັນຊີເງິນຝາກຂອງລູກຄ້າ 26 ພັນກວ່າບັນຊີ, ສະເພາະເງິນຝາກ 6 ເດືອນຕົ້ນປີ 2019 ສາມາດດຶງດູດເງິນຝາກໄດ້ 200 ກວ່າຕື້ກີບ ແລະ ສາມາດປ່ອຍສິນເຊື່ອໄດ້ 100 ກວ່າຕື້ກີບ.

ທ່ານ ຄຳລຽນ ສີມມະວົງ ວ່າການຫົວໜ້າທະນາຄານພັດທະນາລາວ ສາຂາແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກ ໃນທ້າຍເດືອນທັນວາ ປີ 2019 ຜ່ານມາວ່າ: ໃນໄລ 5 ປີຜ່ານມາ ທະນາຄານພັດທະນາລາວ ສາຂາແຂວງສາລະວັນ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງວຽກງານວິຊາສະເພາະ ເຊິ່ງມັນສະແດງອອກ ຄື: ໃນປີ 2014 ມີບັນຊີເງິນຝາກຂອງລູກຄ້າທັງໝົດ 20.534 ບັນຊີ ແລະ ມາຮອດປີ 2019 ມີບັນຊີເງິນຝາກຂອງລູກຄ້າ 26.071 ບັນຊີ ເພີ່ມຂຶ້ນ 127%, ມີຕູ້ ATM ຈາກ 7 ໜ່ວຍ ເປັນ 12 ໜ່ວຍ.

ດ້ານເງິນຝາກໃນປີ 2014 ປະຕິບັດໄດ້ 206,77 ຕື້ກີບ ເກີນແຜນ 111%, ປີ 2015 ປະຕິບັດໄດ້ 233,54 ຕື້ກີບ ເທົ່າກັບ 93%, ປີ 2016 ປະຕິບັດໄດ້ 242,76 ຕື້ກີບ ເທົ່າກັບ 92%, ໃນປີ 2017 ປະຕິບັດໄດ້ 245,93 ຕື້ກີບ ເທົ່າກັບ 91%, ປີ 2018 ປະຕິບັດໄດ້ 267,62 ຕື້ກີບ ເທົ່າກັບ 95% ແລະ ໃນປີ 2019 ປະຕິບັດຮອດເດືອນທີ 6 ປະຕິບັດໄດ້ 288,73 ຕື້ກີບ ເທົ່າກັບ 102%.
ດ້ານສິນເຊື່ອໃນປີ 2014 ຕາມແຜນແມ່ນ 179,20 ຕື້ກີບ ແຕ່ປະຕິບັດໄດ້ 156,94 ຕື້ກີບ ເທົ່າກັບ 88%, ໃນປີ 2015 ປະຕິບັດໄດ້ 197 ຕື້ກີບ ເທົ່າກັບ 106%, ປີ 2016 ປະຕິບັດໄດ້ 242,76 ຕື້ກີບ ເທົ່າກັບ 113%, ປີ 2017 ປະຕິບັດໄດ້ 223,24 ຕື້ກີບ ເທົ່າກັບ 88%, ປີ 2018 ປະຕິບັດໄດ້ 164,29 ຕື້ກີບ ເທົ່າກັບ 70% ແລະ ປີ 2019 ໃນ 6 ເດືອນປະຕິບັດໄດ້ 106,24 ຕື້ກີບ ເທົ່າກັບ 69%.

ດ້ານລາຍຮັບໃນປີ 2014 ປະຕິບັດໄດ້ 42,73 ຕື້ກີບ ເທົ່າກັບ 79%, ປີ 2015 ປະຕິບັດໄດ້ 35,08 ຕື້ກີບ ເທົ່າກັບ 80%, ປີ 2016 ປະຕິບັດໄດ້ 41,53 ຕື້ກີບ ເທົ່າກັບ 120%, ໃນປີ 2017 ປະຕິບັດໄດ້ 84,79 ຕື້ກີບ ເທົ່າກັບ 212% ແລະ ປີ 2018 ປະຕິບັດໄດ້ 95,74 ຕື້ກີບ ເທົ່າກັບ 108%, ສະເພາະປີ 2019 6 ເດືອນປະຕິບັດໄດ້ 221,59 ຕື້ກີບ ເທົ່າກັບ 119%.

ສ່ວນທິດທາງຕໍ່ໜ້າສູ້ຊົນລະດົມເງິນຝາກຕ້ອງໃຫ້ຢູ່ໃນລະດັບ 10 – 15% ຕໍ່ປີ ເມື່ອທຽບໃສ່ຍອດເຫຼືອຂອງແຕ່ລະປີ, ເອົາໃຈໃສ່ສຶກສາຄົ້ນຄວ້າເກັບກຳຂໍ້ມູນຕໍ່ກັບການສະເໜີສິນເຊື່ອໃໝ່ຂອງລູກຄ້າໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບຫຼັກການ ແລະ ຮັບປະກັນບໍ່ໃຫ້ເກີດເປັນໜີ້ເສຍ, ການຂະຫຍາຍສິນເຊື່ອໃຫ້ຢູ່ໃນລະດັບ 10% ຕໍ່ປີ ເມື່ອທຽບໃສ່ຍອດສິນເຊື່ອປີຜ່ານມາ ພ້ອມທັງເອົາໃຈໃສ່ການບໍລິການລູກຄ້າໃຫ້ດີ, ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງຊັດເຈນ.