ຜູ້ໂດຍສານສາມາດຊໍາລະຄ່າລົດເມ ດ້ວຍ QR Code

236

ທະນາຄານພັດທະນາລາວ ( ທພລ ) ຮ່ວມມືກັບ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ເພີ່ມຊ່ອງທາງໃນການຊໍາລະສະສາງຄ່າໂດຍສານດ້ວຍການສະແກນ QR Code ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ໂດຍສານພາຍໃນນະຄອນຫຼວງວຽງຈັນ – ຕ່າງແຂວງ ແລະ ຕ່າງປະເທດທີ່ໂດຍສານໄປກັບລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ.

ໃນວັນທີ 16 ມັງກອນ 2020 ໄດ້ມີພິທີເຊັນສັນຍາການຊໍາລະສະສາງຄ່າໂດຍສານດ້ວຍການສະແກນ QR Code ຜ່ານລະບົບ ທພລ ລະຫວ່າງ ທ່ານ ອາຄົມ ປຣະເສີດ ຜູ້ອຳນວຍການໃຫຍ່ ທພລ ແລະ ທ່ານ ແກ້ວວັນພອນ ວອນທີວົງສີ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າເປັນສັກຂີພິຍານຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ການຊຳລະສະສາງຄ່າໂດຍສານດ້ວຍການສະແກນ QR code ຜ່ານລະບົບ ທພລ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຍົກລະດັບລະບົບການບໍລິການຊໍາລະສະສາງ ພາຍໃນໃຫ້ຫັນເຂົ້າສູ່ລະບົບການຊໍາລະຜ່ານທະນາຄານໃຫ້ຫຼາຍຂຶ້ນ ທັງເປັນການຫຼຸດຜ່ອນການຊໍາລະສະສາງດ້ວຍການນໍາໃຊ້ເງິນສົດ, ປະຢັດເວລາຮັບປະກັນບໍ່ຕົກເຮ່ຍເສຍຫາຍ ສາມາດນຳລາຍຮັບເປັນທຶນເຂົ້າໃນການພັດທະນາປະເທດຊາດ.

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ສ້າງຕັ້ງ ມາ 40 ກວ່າປີ ແລະ ປັດຈຸບັນ ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ. ປັດຈຸບັນມີລົດເມທັງໝົດ 89 ຄັນ, ໃຫ້ການບໍລິການຂົນສົ່ງສາທາລະນະ24 ສາຍທາງ, ກຸ່ມລູກຄ້າສ່ວນໃຫຍ່ກໍແມ່ນມວນຊົນ ໂດຍຫຼັກໆກໍມີນັກຮຽນ – ນັກສຶກສາ ກວມອັດຕາໃນການນໍາໃຊ້ສູງກວ່າໝູ່ ໂດຍມີສາຍທາງດົງໂດກ ( ເຂດມະຫາວິທະຍາໄລແຫ່ງຊາດ ) ກວມ 65 – 70 % ຂອງກຸ່ມລູກຄ້າທັງໝົດ. ນອກນັ້ນ, ມີນັກທ່ອງທ່ຽວຕ່າງປະເທດທີ່ນໍາໃຊ້ສ່ວນໃຫຍ່ໃນສາຍທາງທ່າ ເດື່ອ – ຂົວມິດຕະພາບ ລາວ – ໄທ. ນອກນີ້, ຍັງມີແຜນເພີ່ມຊ່ອງທາງການຊໍາລະຄ່າໂດຍສານ ແລະ ລົດໃຫ້ບໍລິການຕື່ມຂະໜາດ 28 ບ່ອນນັ່ງ ຫາ 45 ບ່ອນນັ່ງ ປະມານ 40 ຄັນ.

ທພລ ເປັນທະນາຄານທຸລະກິດລັດ, ປັດຈຸບັນມີ 18 ສາຂາ, 79 ໜ່ວຍບໍລິການ, 18 ໜ່ວຍແລກປ່ຽນ, ມີຕູ້ ATM 245 ຕູ້ ໃນທົ່ວປະເທດ ແລະ ໄດ້ຫັນເອົາການບໍລິການຂອງທະນາຄານໄປສູ່ ຄວາມທັນສະໄໝ, ບໍລິການຮັບໃຊ້ສັງຄົມ, ສ້າງຄວາມສະດວກ, ວ່ອງໄວ ສາມາດແຂ່ງຂັນໃນດ້ານການບໍລິການ ແລະ ລົງທຶນນຳເອົາເຕັກໂນໂລຊີເຂົ້າມາຮັບໃຊ້ໃນການບໍລິການຈາກ Bank 2000 ມາເປັນ Core Banking [ T24 ] ທີ່ເປັນມາດຖານສາກົນ. ພ້ອມນີ້, ຍັງພັດທະນາບຸກຄະລາກອນ, ຜະລິດຕະພັນ – ການບໍລິການທີ່ທັນສະໄໝ ເປັນຕົ້ນມີລະບົບ Mobile Banking ຫຼື LDB Trust ທີ່ສາມາດຊຳລະສະສາງຄ່າສາທາລະນູປະໂພກຕ່າງໆ, ຄ່າໂທລະສັບ, ຊື້ຫວຍ, ຊໍາລະອາກອນ, ຊໍາລະສິນເຊື່ອ AEON, KOLAO, ກວດຜົນຫວຍ ແລະ ອື່ນໆ, ມີບໍລິການບັດ Debit Union Pay ຮອງຮັບການບໍລິການທີ່ຫຼາກຫຼາຍກວ່າ ແລະ ທພລ ກໍເປັນທະນາຄານທໍາອິດໃນລາວ ທີ່ໄດ້ຍົກລະດັບການໃຫ້ບໍລິການບັດ ATM ພາຍໃນຈາກບັດທີ່ເປັນແບບແຖບແມ່ເຫຼັກມາເປັນບັດ Chip ທັງບັດສາກົນໃນບັດດຽວ ສາມາດນໍາໃຊ້ຫຼາຍກວ່າ 160 ປະເທດໃນທົ່ວໂລກ.

ພ້ອມນີ້, ກໍມີລະບົບຮອງຮັບການຊໍາລະອາກອນຜ່ານລະບົບ Easy Tax ຂອງ ທພລ ບໍລິການເບີກຈ່າຍງົບປະມານຜ່ານລະບົບທະນາຄານ ( Smart Cash ).