ຕົ້ນຊ້າງນ້າວ ຕົ້ນໄມ້ທາຍໂຊກໃນເທດສະການກິນກຸດ

238

ເມື່ອໃກ້ຈະຮອດເທດສະການກິນກຸດ ທັງຄົນຫວຽດນາມ ແລະ ຄົນຈີນ ຖືເປັນການຕ້ອນຮັບປີໃໝ່ ຕ່າງກໍພາກັນກຽມຖວາຍບັນພະບຸລຸດທີ່ປົກປັກຮັກສາ ແລະ ໃຫ້ລູກຫຼານມີໂຊກມີລາບ ໂດຍນິຍົມນໍາຕົ້ນຊ້າງນ້າວ ມາເປັນຕົ້ນໄມ້ມຸງຄຸນທີ່ໃຊ້ມາສ່ຽງທາຍໂຊກລາບນຳອີກ.

ແມ່ຕູ້ຄໍາ ມາລາແດງ ອາຍຸ 68 ປີ ຜູ້ຂາຍຕົ້ນຊ້າງນ້າວໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ – ການຄ້າ ວ່າ: ຕົ້ນຊ້າງນ້າວ ເປັນຕົ້ນໄມ້ມຸງຄຸນໃນເທດສະການກິນກຸດ ເພາະມີຄວາມເຊື່ອວ່າຖ້ານໍາໄປປະດັບໄວ້ເຮືອນແລ້ວດອກຂອງມັນບານຫຼາຍເທົ່າໃດຍິ່ງເຮັດໃຫ້ມີໂຊກລາບຫຼາຍໃນປີນັ້ນ. ສ່ວນໃຫຍ່ແມ່ນຊາວຫວຽດນາມ ນິຍົມຊື້ໄປ ເຊິ່ງແມ່ຕູ້ໄດ້ເລີ່ມຂາຍຕັ້ງແຕ່ປີ 1991 ເປັນຕົ້ນມາ ໂດຍບໍ່ໄດ້ຮູ້ວ່າຕົ້ນຊ້າງນ້າວ ມີຄວາມສໍາຄັນທາງດ້ານ ຄວາມເຊື່ອ ແລະ ໄດ້ຮູ້ຈັກກັບຄົນຫວຽດນາມ ວ່າເປັນຕົ້ນໄມ້ມຸງຄຸນ ຫຼື ຕົ້ນໄມ້ທາຍໂຊກລາບ ຈຶ່ງໄດ້ນໍາເອົາມາສ້າງເປັນລາຍໄດ້ໃຫ້ແກ່ຄອບຄົວ ລວມທັງການເກັບຮັກສາແບບໃດໃຫ້ສາມາດເອົາໄວ້ໄດ້ດົນ ໂດຍຈະຕັດເອົາແຕ່ລໍາຕົ້ນຂອງຕົ້ນຊ້າງນ້າວ ມາຊໍາໄວ້ນໍ້າກ່ອນເທດສະການກິນກຸດປະມານ 1 ຫາ 2 ເດືອນ ບ່ອນທີ່ໄປເອົາກໍຢູ່ໃນດົງໃນປ່າ ເພາະຕົ້ນຊ້າງນ້າວ ສ່ວນຫຼາຍຈະມັກເກີດຕາມບ່ອນທີ່ເປັນພູເປັນຫີນຫຼາຍ ກວ່າຈະເອົາໄດ້ກໍຍາກລໍາບາກຫຼາຍ.

ຕົ້ນຊ້າງນ້າວ ຈະມີຢູ່ 3 ຊະນິດ ຄື: ຕົ້ນທີ່ເກີດຕາມທົ່ງໄຮ່ທົ່ງນາບ່ອນໂຄກລໍາຕົ້ນຈະຂາວກ້ຽງ, ຕົ້ນທີ່ເກີດຢູ່ໃນດົງໃນປ່າລໍາຕົ້ນຈະດຳກ້ຽງ ແລະ ຕົ້ນທີ່ເກີດຢູ່ດານລໍາຕົ້ນຈະດຳລາຍ ໂດຍສາມາດເອົາມາຮັກສາໄວ້ໄດ້ປະມານ 3 ຫາ 4 ເດືອນ ຂຶ້ນກັບການບົວລະບັດຮັກສາຂອງແຕ່ລະຄົນ. ຕົ້ນຊ້າງນ້າວແມ່ນຮັກສາງ່າຍພຽງແຕ່ເອົາລໍາຕົ້ນຊໍານໍ້າບໍ່ໃຫ້ຂາດ, ສ່ວນສາເຫດທີ່ຕັດເອົາແຕ່ລໍາຕົ້ນມາຂາຍຍ້ອນການຂຸດເອົາຮາກມັນລໍາບາກ ແລະ ບໍ່ມີຄົນນິຍົມຊື້ ເມື່ອຕັດເອົາລໍາຕົ້ນປະມານ 4 – 5 ປີ ກໍຈະປົ່ງເປັນລໍາ ໃໝ່.

ແມ່ຕູ້ຄໍາ ຍັງກ່າວຕື່ມວ່າ: ຖ້າທຽບໃສ່ປີນີ້ ແລະ ປີຜ່ານມາກໍຖືວ່າພໍໄດ້ຂາຍ ໂດຍສະເລ່ຍປະມານ 5 – 8 ຕົ້ນຕໍ່ມື້ ເຊິ່ງແຕ່ລະປີກໍຂຶ້ນກັບໂຊກລາບຂອງເຮົາເຊັ່ນກັນ, ຖ້າປີໃດຕົ້ນຊ້າງນ້າວ ທີ່ເຮົາເອົາມາເປັນດອກບານງາມປີນັ້ນກໍໄດ້ຂາຍດີ ຖ້າດອກບໍ່ບານຫຼາຍກໍບໍ່ຄ່ອຍໄດ້ຂາຍ, ລາຄາກໍເລີ່ມແຕ່ 20 ພັນກີບ ຫາ 1 ລ້ານກວ່າກີບ. ໃນປີນີ້ແມ່ນເລີ່ມຂາຍແຕ່ວັນທີ 8 – 24 ມັງກອນ 2020 ກໍຢຸດຂາຍຖືວ່າເປັນລາຍໄດ້ເສີມໃຫ້ແກ່ຄອບຄົວ.

ເຊິ່ງທຸກໆປີກ່ອນເທດສະການກິນກຸດ ກໍຈະກຽມຕັດມາຂາຍທີ່ເຂດບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.