ສານປະຊາຊົນສູງສູດ ປະຖະກາຖາວັນສ້າງຕັ້ງກອງທັບລາວ ຄົບຮອບ 71 ປີ

183

ສານປະຊາຊົນສູງສຸດ ໄດ້ຈັດພິທີປະຖະກາຖາເຜີຍແຜ່ມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ (20 ມັງກອນ1949 – 20 ມັງກອນ 2020) ຂຶ້ນ ໃຫ້ເປັນກຽດເຜີຍແຜ່ ຂອງທ່ານ ຄຳຫອມ ແສງບົວລົມ, ວິລະຊົນແຫ່ງຊາດ, ຮອງປະທານສະຫະພັນນັກຮົບເກົ່າ, ເຂົ້າຮ່ວມມີທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງສານປະຊາຊົນສູງສຸດເຂົ້າຮ່ວມ.

ໃນພິທີ, ທ່ານ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ແລະ ເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນລາວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຈາກນັ້ນ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ໄດ້ເຜີຍແຜ່ຄຳແນະນຳສະບັບເລກທີ13/ອກ-ບຄ, ລົງວັນທີ 29 ຕຸລາ 2019 ຂອງ ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນກ່ຽວກັບ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ X ໃນທົ່ວປະເທດ, ຂໍ້ກຳນົດສະບັບເລກທີ01/ຄລສພ,ລົງວັນທີ 15 ພຶດສະພາ 2019 ຂອງຄະນະເລຂາທິການສູນກາງພັກ ແລະ ມະຕິສະບັບ ເລກທີ072/ກມສພ, ລົງວັນທີ 14 ພຶດສະພາ 2019 ຂອງກົມການເມືອງສູນກາງພັກ, ມະຕິ ສະບັບເລກທີ073/ກມສພ,ລົງວັນທີ 14 ພຶດສະພາ 2019.

ຄຳແນະນຳສະບັບເລກ ທີ204/ຄຈສພ, ລົງວັນທີ 5 ພະຈິກ 2019 ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍລະບອບການຮໍ່າຮຽນທິດສະດີການເມືອງ, ການສ້າງ-ບຳລຸງພະນັກງານຄຸ້ມຄອງ ແລະ ຂໍ້ກໍານົດຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ ແລະ ຜ່ານຂໍ້ຕົກລົງຂອງປະທານ ສານປະຊາຊົນສູງສຸດ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜງບໍລິຫານພາຍໃນກົງຈັກການຈັດຕັ້ງຂອງສານປະ ຊາຊົນສູງສຸດ.

ທີ່ມາ: ສານປະຊາຊົນສູງສຸດ