ແມ່ຄວນສັງເກດແນວໃດ ເມື່ອລູກນ້ອຍມີອາການຖອກທ້ອງ

145

ອາການທີ່ຈະບົ່ງບອກວ່າລູກນ້ອຍຖອກທ້ອງ ກໍຄືການຂັບຖ່າຍອາຈົມແຫຼວ ຫຼື ຖ່າຍເປັນນ້ຳຢ່າງນ້ອຍ 3 ເທື່ອ ໃນ 1 ມື້ ປົກກະຕິອາການຖອກທ້ອງຊະນິດຮ້າຍແຮງໃນເດັກນ້ອຍສ່ວນໃຫຍ່ຈະບັນເທົາ ຫຼື ເຊົາໄດ້ພາຍໃນ 2 – 3 ມື້ ແຕ່ສຳລັບບາງຄົນອາດເປັນຊໍ້າເຮື້ອ ແລະ ເປັນດົນກວ່ານັ້ນກໍໄດ້.

ສາເຫດຫຼັກທີ່ພົບຫຼາຍແມ່ນເກີດຈາກພະຍາດຕິດເຊື້ອຈາກໄວຣັສໂຣຕ້າໃນທາງເດີນອາຫານ ເຊິ່ງແຜ່ລະບາດຜ່ານການສຳຜັດໄດ້ງ່າຍ ຫຼື ຜ່ານການກຽມອາຫານ ໂດຍຜູ້ມີເຊື້ອພະຍາດນີ້. ນອກຈາກນັ້ນ, ອາດເກີດໄດ້ຈາກການກິນນ້ຳ ຫຼື ອາຫານທີ່ປົນເປື້ອນເຊື້ອແບັກທີເຣຍ ແລະ ຍັງເກີດໄດ້ຈາກພາວະຮ່າງກາຍຂອງເດັກນ້ອຍບໍ່ສາມາດທົນຕໍ່ອາຫານບາງຢ່າງ ຫຼື ພະຍາດລຳໄສ້ອັກເສບກໍໄດ້.

ສໍາລັບອາການທີ່ເກີດຈາກຖອກທ້ອງຮ້າຍແຮງ ໄດ້ແກ່: ປວດເມື່ອຍແຂນຂາ, ເຈັບຫົວ, ອາຈົມມີມູກເລືອດປົນ, ຖ່າຍອາຈົມແຫຼວ ຫຼື ຖ່າຍເປັນນ້ຳ, ພາວະຂາດນ້ຳ, ເຈັບທ້ອງ, ມີໄຂ້ ແລະ ຮາກ.

[ ຂໍ້ມູນຈາກ: Hi-Family Club Laos ]