ນໍ້າຫວານຖົ່ວຂຽວ ຂອງຫວານເພື່ອສຸຂະພາບ

120

ມື້ນີ້ຂໍເປັນລາຍການຂອງຫວານທີ່ຮັກສາສຸຂະພາບ ໂດຍຈະເຮັດນໍ້າຫວານຖົ່ວຂຽວແຖມຍັງມີໃຍອາຫານສູງທີ່ຈະຊ່ວຍເລື່ອງລະບົບຂັບຖ່າຍ.

ສ່ວນປະສົມ: ຖົ່ວຂຽວ 1/2 ຖ້ວຍ; ນໍ້າກະທິ 500 ມິນລີລິດ; ນໍ້າສະອາດ 3 ຖ້ວຍ; ນໍ້າຕານ 1/2 ຖ້ວຍນ້ອຍ ແລະ ເກືອ 1/2 ບ່ວງກາເຟ.

ວິທີປຸງແຕ່ງ: ລ້າງຖົ່ວຂຽວໃຫ້ສະອາດເອົາໃສ່ໝໍ້ພ້ອມກັບນໍ້າຄ້າງໄຟປານກາງ ເມື່ອຟົດໃຫ້ຜ່ອນໄຟອ່ອນ ຕົ້ມຕໍ່ຈົນຖົ່ວຂຽວສຸກ ແລະ ເປືອກແຕກໂດຍຄົນເປັນໄລຍະ.

ເມື່ອຖົ່ວຂຽວແຕກແລ້ວໃຫ້ຕັກຂຶ້ນໃສ່ໝໍ້ໃໝ່ຕື່ມກະທິ, ນໍ້າຕານ ແລະ ເກືອ ຈຶ່ງນໍາໄປຄ້າງໄຟປານກາງ ເມື່ອຟົດແລ້ວກໍຄົນໃຫ້ທຸກຢ່າງເຂົ້າກັນຊີມລົດຊາດຕາມໃຈມັກຕັກໃສ່ຖ້ວຍພ້ອມເສີບຮ້ອນໆ ຫຼື ຈະແຊ່ເຢັນກ່ອນກໍໄດ້.

ຂໍ້ມູນຈາກ: FOOD.COM