ໄຊຍະບູລີ ສາມາດສົ່ງອອກສິນຄ້າໄດ້ 30 ກວ່າລ້ານໂດລາ

206

ປີ 2019 ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍດ້ານ ເຮັດໃຫ້ເສດຖະກິດຂະຫຍາຍຕົວບໍ່ບັນລຸເປົ້າ ເຊັ່ນດຽວກັບການຈັດເກັບລາຍຮັບໄດ້ພຽງ 94,98%, ສ່ວນມູນຄ່າການສົ່ງອອກສິນຄ້າໄດ້ 30 ກວ່າລ້ານໂດລາ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາວຽກງານເສດຖະກິດຂອງແຂວງ ກ່າວວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ແຂວງໄຊຍະບູລີ ແມ່ນພົບກັບໄພພິບັດທາງທໍາມະຊາດ ເຊັ່ນ: ໄພແຫ້ງແລ້ງ, ແຜ່ນດິນໄຫວ, ການລະບາດຂອງບົ້ງທໍາລາຍຜົນລະປູກ, ພະຍາດອະຫິວາໝູອາຟຣິກາ ແລະ ອື່ນໆ ອັນໄດ້ສົ່ງຜົນສະທ້ອນຕໍ່ການພັດທະນາເສດຖະກິດ – ສັງຄົມຂອງແຂວງໂດຍກົງ. ແຕ່ພາຍໃຕ້ການຊີ້ນໍາ – ນໍາພາຂອງອົງການປົກຄອງທຸກຂັ້ນ ໄດ້ເຮັດໃຫ້ ແຂວງໄຊຍະບູລີ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 8%, ຫຼຸດແຜນທີ່ວາງໄວ້ 0,7% ( ແຜນວາງໄວ້ 8,7% ) ລວມຍອດມູນຄ່າຜະລິດຕະພັນພາຍໃນ 10.229 ຕື້ກີບ ຫຼຸດແຜນ 449 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 27,7 ລ້ານກີບ ຫຼື ເທົ່າກັບ 3.113 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ປ່ຽນແປງໄປຕາມທິດທີ່ຕັ້ງໜ້າ ເຊັ່ນ: ກະສິກຳຂະຫຍາຍຕົວ 3,2% ກວມເອົາ 29%, ອຸດສາຫະກຳຂະຫຍາຍຕົວ 12,6% ກວມເອົາ 36% ແລະ ຂົງເຂດການບໍລິການຂະຫຍາຍຕົວ 5,2% ກວມເອົາ 35% ຂອງ GDP.

ພາບປະກອບຂ່າວເທົ່ານັ້ນ

ສາມາດຈັດຕັ້ງປະຕິບັດລາຍຮັບໄດ້ 913,43 ຕື້ກີບ ເທົ່າກັບ 94,98% ຂອງແຜນການປີ, ທຽບໃສ່ເວລາດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5,81%, ສາມາດປະຕິບັດໂຄງການລົງທຶນຂອງລັດໄດ້ທັງໝົດ 360 ໂຄງການ ມູນຄ່າ 40,65 ຕື້ກີບ ເທົ່າກັບ 99,68%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 46 ໂຄງການ ມູນຄ່າ 9,52 ລ້ານໂດລາສະຫະລັດ ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 11 ໂຄງການ ມູນຄ່າ 9,30 ລ້ານໂດລາສະຫະລັດ.

ພາບປະກອບຂ່າວເທົ່ານັ້ນ

ການປູກພືດເປັນສິນຄ້າມີເນື້ອທີ່ 101.311 ກວ່າເຮັກຕາ. ໃນນີ້, ພືດເສດຖະກິດຫຼັກແມ່ນ: ສາລີແຂງ ຜົນຜະລິດໄດ້ 189.343 ກວ່າໂຕນ, ມັນຕົ້ນ ຜົນຜະລິດໄດ້ 872.385 ກວ່າໂຕນ ແລະ ໝາກເດືອຍຜະລິດໄດ້ 62.082 ກວ່າໂຕນ, ການລ້ຽງສັດກໍໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລ່ຍການຂະຫຍາຍຕົວສະເພາະ ງົວ – ຄວາຍ ເທົ່າກັບ 8,11%, ເຖິງປັດຈຸບັນທົ່ວແຂວງມີສັດລ້ຽງທັງໝົດ 4 ລ້ານກວ່າໂຕ. ໃນນັ້ນ, ຄວາຍ 66.561 ໂຕ, ງົວ 209.327 ໂຕ, ໝູ 182.338 ໂຕ, ແບ້ 24.162 ໂຕ ແລະ ສັດປີກເກືອບ 4 ລ້ານໂຕ ສາມາດສົ່ງອອກສິນຄ້າໄປຕ່າງປະເທດໄດ້ທັງໝົດ ເກືອບ 34 ລ້ານໂດລາສະຫະລັດ, ມູນຄ່ານໍາເຂົ້າ 77 ລ້ານກວ່າໂດລາ.

ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ