ເຈົ້າແຂວງເຊກອງເນັ້ນ ເມືອງດາກຈຶງ ເອົາໃຈໃສ່ຜະລິດສະບຽງອາຫານ

125

ທ່ານເຈົ້າແຂວງເຊກອງ ເນັ້ນໜັກໃຫ້ການນໍາເມືອງດາກຈຶງ ເອົາໃຈໃສ່ພິເສດໃນການຜະລິດສະບຽງອາຫານ ເພື່ອຮັບປະກັນການບໍລິໂພກຂອງປະຊາຊົນພາຍໃນເມືອງ ທັງຂາຍເປັນສິນຄ້າ ແລະ ຮັບໃຊ້ວຽກງານການບໍລິການ ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ.

ທ່ານ ຄໍາເຜີຍ ບຸດດາວຽງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ກ່າວມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມໃຫຍ່ ຄັ້ງທີ XV ຜູ້ແທນອົງຄະນະພັກເມືອງດາກຈຶງ ໃນລະ ຫວ່າງວັນທີ 8 – 9 ມັງກອນ 2020 ໂດຍທ່ານໄດ້ເນັ້ນໜັກໃຫ້ການນໍາເມືອງເອົາໃຈໃສ່ການຜະລິດສະບຽງອາຫານ ເພື່ອຮອງຮັບດ້ານການບໍລິໂພກ ແລະ ສົ່ງອອກຂາຍເປັນສິນຄ້າ ແນໃສ່ເຮັດໃຫ້ເສດຖະກິດຂອງເມືອງດາກຈຶງ ມີການຂະຫຍາຍຕົວໄປຖືກທິດ, ໝັ້ນທ່ຽງ, ໜັກແໜ້ນ ແລະ ສືບຕໍ່ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມທັງສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ, ຈຳກັດການຕົກເຮ່ຍເສຍຫາຍ ແລະ ຄຸ້ມຄອງລາຍຈ່າຍໃຫ້ໄປຕາມຂອບທີ່ວາງໄວ້.

ທ່ານ ຄໍາເຜີຍ ບຸດດາວຽງ ກ່າວອີກວ່າ: ການຜະລິດທີ່ວ່ານີ້ຕ້ອງເຮັດໃຫ້ມີຈຸດສຸມ, ມີຕົວແບບ, ມີພະນັກງານວິຊາການທີ່ຊຳນານງານນຳພາປະຊາຊົນເຮັດຕົວຈິງຢູ່ຮາກຖານ ແລະ ສຸມໃສ່ປະຕິບັດບ່ອນທີ່ມີເງື່ອນໄຂເໝາະສົມ, ສ້າງສິ່ງອຳນວຍຄວາມສະດວກ ແລະ ສົ່ງເສີມໂຄງການຜະລິດສິນຄ້າເພື່ອສົ່ງອອກ ເປັນຕົ້ນແມ່ນໝາກກາເຟ, ໂສມ, ມັນຕົ້ນ, ການລ້ຽງສັດ ແລະ ອີກຫຼາຍໆຢ່າງໃຫ້ເຂົ້າສູ່ລະບົບ.

ຍາດແຍ່ງດຶງດູດການລົງທຶນຈາກພາກລັດ, ທຶນຊ່ວຍເຫຼືອລ້າ, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ສຸມໃສ່ການພັດທະນາພື້ນຖານໂຄງລ່າງດ້ານກະສິກໍາ ແລະ ສຸມໃສ່ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາ. ທັງນີ້, ກໍເພື່ອເຮັດໃຫ້ການຜະລິດສະບຽງອາຫານຂອງເມືອງດາກຈຶງ ສາມາດກຸ້ມຕົນເອງໄດ້, ທັງໄດ້ມາດຖານສ້າງຄວາມໝັ້ນໃຈແກ່ຜູ້ບໍລິໂພກນຳອີກ.