ຊົນນະບູລີ ເປີດຂະບວນສັກຢາ ປ້ອງກັນພະຍາດໝາກແດງໃຫຍ່

165

ເພື່ອເປັນການປ້ອງກັນ ທັງເປັນການສະກັດກັ້ນການຕິດເຊື້ອພະຍາດໝາກແດງໃຫຍ່. ເຊິ່ງການນຳເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ໄດ້ເປີດຂະບວນສັກຢາກັນພະຍາດໝາກແດງໃຫຍ່ຢູ່ຕາມໂຮງໜໍ, ໂຮງຮຽນ ແລະ ສຸກສາລາແຕ່ລະບ້ານ ໂດຍເນັ້ນເດັກເປົ້າໝາຍ ອາຍຸ 6 ເດືອນ ຫາ 11 ປີ ພ້ອມວາງຈຸດສັກຢາ 105 ຈຸດ, ທິມສັກຢາ 13 ທິມ , ໂຮງໝໍເມືອງ 1 ແຫ່ງ, ມີ 2 ຈຸບໍລິການ ແລະ ສຸກສາລາ 11 ແຫ່ງ, ທັງນີ້ ເພື່ອບໍລິການສັກຢາປ້ອງກັນພະຍາດດັ່ງກ່າວໃຫ້ທົ່ວເຖິງ.

ພິທີດັ່ງກ່າວ ເລີ່ມປະຕິບັດ ໃນວັນທີ 13 ມັງກອນ 2020 ນີ້ ຢູ່ທີ່ໂຮງຮຽນປະຖົມໂນນສະຫວ່າງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ  ໂດຍການເຂົ້າຮ່ວມຂອງທ່ານ ບົວຜັນ ສຸວັນນະແສງ ຮອງເຈົ້າເມືອງຊົນນະບູລີ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານວິຊາການແພດ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ບົວຜັນ ສຸວັນນະແສງ ຮອງເຈົ້າເມືອງຊົນນະບູລີ ກ່າວວ່າ: ພະຍາດໝາກແດງໃຫຍ່ ແມ່ນພະຍາດຕິດຕໍ່ຊະນິດໜື່ງ ທີ່ຮ້າຍແຮງເຊັ່ນ: ຕາບອດ, ສະໝອງບວມ, ມີຈຸດຂາວຢູ່ໃນຜົ້ງປາກ, ມີຕຸ່ມຜື່ນແດງ, ຕາແດງ, ມີນໍ້າຕາອອກ, ໄຂ້ສູງ ແລະ ອາດເສຍຊິວິດໄດ້, ເຊື້ອພະຍາດນີ້ ສາມາດແພ່ຫາຄົນອື່ນໄດ້ງ່າຍຜ່ານການຫາຍໃຈ, ການໄອ-ຈາມ, ເດັກນ້ອຍ, ຜູ້ຍິງຖືພາ ຫຼື ບຸກຄົນອືື່ນໆ ບໍ່ໄດ້ຮັບການສັກຢາປ້ອງກັນ.

ພະຍາດນີ້ ອາດມີຄວາມສ່ຽງສູງຕໍ່ກັບການຕິດເຊຶ້ອໄດ້ໄວ, ເພາະເຊື້ອພະຍາດນີ້ຢູ່ໃນອາກາດໄດ້ຫຼາຍກວ່າ 2 ຊົ່ວໂມງ ເຊິ່ງສາມາດຕິດເຊື້ອໄດ້ຫາກທ່ານເຂົ້າໄປຢູ່ໃນເຂດດັ່ງກ່າວ. ເພາະສະນັ້ນ, ເພື່ອຫຼີກລ້ຽງ ຕ້ອງໄດ້ສັກຢາປ້ອງກັນ. ໂດຍການສັກຢາກັນພະຍາດໝາກແດງໃຫຍ່ພຽງສອງເຂັມ ກໍ່ສາມາດປ້ອງກັນຕົນຈາກພະຍາດໝາກແດງໃຫຍ່ໄດ້, ສັກຢາປ້ອງກັນພະຍາດໝາກແດງໃຫຍ່ຫຼາຍກວ່າສອງເຂັມແມ່ນປອດໄພ ແລະ ຈະບໍ່ມີຄວາມສ່ຽງໃນການເປັນພະຍາດ.

ນອກນີ້, ຕ້ອງແນະນໍາພໍ່ແມ່ປະຊາຊົນໃນການເກັບຮັກສາບັດສັກຢາຂອງລູກຫຼານທ່ານໄວ້ໃຫ້ດີ, ເວລາໄປສຸກສາລາ ຫຼື ໄປເຂົ້າຮ່ວມກິດຈະກໍາໃນວັນສັກຢາ ຄວນຖືບັດດັ່ງກ່າວໄປນໍາສະເໜີທຸກຄັ້ງ, ຫຼີກລ້ຽງການຢູ່ບ່ອນແອອັດ ຫຼື ສະຖານທີ່ສາທາລະນະ, ເດັກນ້ອຍທຸກຄົນຄວນໄດ້ຮັບວິຕາມິນເອ ສອງຄັ້ງ, ແຕ່ລະຄັ້ງຫ່າງກັນ 24 ຊົ່ວໂມງ, ບໍ່ມີການປີ່ນປົວແບບສະເພາະທາງ.

ສໍາລັບພະຍາດນີ້ພວກເຮົາມີແພດສ້າງກິດຈະກໍາສ້າງຂະບວນການລົງເຄື່ອນໄຫວສັກຢາກັນພະຍາກໝາກແດງຢູ່ຕາມໂຮງໜໍ, ໂຮງຮຽນ ແລະ ສຸກສາລາແຕ່ລະບ້ານ ສາໍລັບເດັກເປົ້າໝາຍ ອາຍຸ 6 ເດືອນ ຫາ 11 ປີ ຈໍານວນທັງໝົດ 6.782 ຄົນ, ມີຈຸດສັກຢາທັງໝົດ 105 ຈຸດ, ທິມສັກຢາ 13 ທິມ , ໂຮງໝໍເມືອງ 1 ແຫ່ງ, ມີ 2 ຈຸບໍລິການ ແລະ ສຸກສາລາ 11 ແຫ່ງ.

ທີ່ມາ, ຖວທ ເມືອງຊົນນະບູລີ