ກະຊວງ ປທສ ເປີດນຳໃຊ້ລະບົບເວັບໄຊຂອງພາກລັດ

105

ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ຮ່ວມກັບ ບໍລິສັດ ໄຊເບີເຣຍ ໄດ້ຈັດພິທີເປີດການນຳໃຊ້ລະບົບເວັບໄຊຂອງພາກລັດ ຫຼື Government Web Platform ຂຶ້ນ ເພື່ອພັດທະນາລະບົບເວັບໄຊຂອງພາກລັດ ແລະ ສ້າງເປັນລະບົບຕົວແບບຂອງການນຳໃຊ້ຂອງບັນດາກະຊວງ ແລະ ຫ້ອງການລັດຕ່າງໆ.

ພິທີດັ່ງກ່າວໄດ້ເປີດຂຶ້ນໃນວັນທີ 9 ມັງກອນ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສະເຫຼີມໄຊ ເຄນນະວົງ ຮອງລັດຖະມົນຕີ ກະຊວງ ປທສ, ມີຄະນະຜູ້ບໍລິຫານຈາກ ບໍລິສັດ ໄຊເບີເຣຍ, ຄະນະກົມ/ທຽບເທົ່າ, ບັນດາກະຊວງ, ຫ້ອງການລັດ, ບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສະຖາບັນການສຶກສາຕ່າງໆເຂົ້າຮ່ວມ.

ກະຊວງ ປທສ ໃນນາມເປັນຜູ້ຄຸ້ມຄອງມະຫາ ພາກດ້ານວຽກງານຫັນໃຫ້ ເປັນທັນສະໄໝ ແລະ ດິຈິຕອລຂອງລັດຖະບານ, ໄດ້ເລີ່ມສ້າງແຜນການຮ່ວມມືກັບ ບໍລິສັດ ໄຊເບີເຣຍ ໃນປີ 2018 ໂດຍຈຸດປະສົງແມ່ນເພື່ອພັດທະນາລະບົບເວັບໄຊຂອງພາກລັດ ແລະ ສ້າງເປັນລະບົບຕົວແບບຂອງການນຳໃຊ້ຂອງບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ເຊິ່ງໝາກຜົນຂອງການຮ່ວມມືຂອງທັງສອງຝ່າຍແມ່ນໄດ້ສຳເລັດການພັດທະນາລະບົບເວັບໄຊພາກລັດ ( Government Web Platform ຫຼື G-Web ) ເຊິ່ງລວມມີລາຍລະອຽດຕ່າງໆ ເຊັ່ນ: ມາດຕະຖານໂຄງສ້າງຂອງ G-Web.

ນອກນັ້ນ G-Web ຍັງສາມາດບໍລິຫານ ແລະ ສະແດງຂໍ້ມູນໄດ້ທັງພາສາລາວ ແລະ ອັງກິດ ເຊິ່ງການປ່ຽນພາສາແມ່ນສາມາດເຮັດໄດ້ໃນລະດັບໜ້າເວັບໃດໜຶ່ງໄດ້ເລີຍ, ຜູ້ຊົມໃຊ້ສາມາດຄົ້ນຫາໂດຍໃຊ້ keyword ເພື່ອຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບ keyword ນັ້ນ, ຂໍ້ມູນຂອງເວັບໄຊ ສາມາດເບິ່ງໄດ້ຜ່ານໂປຣແກຣມເບິ່ງໜ້າເວັບທັງໃນໜ້າຈໍຄອມພິວເຕີທົ່ວໄປ ແລະ ໃນອຸປະກອນມືຖື, ການບໍລິຫານຂໍ້ມູນເບື້ອງຫຼັງ, ຜູ້ຄຸ້ມຄອງລະບົບຕ້ອງໄດ້ລັອກອິນກ່ອນ ແລະ ນຳໃຊ້ເມນູຕ່າງໆໄດ້ຢ່າງງ່າຍດາຍ, ຫຼັກໆແລ້ວຜູ້ຄຸ້ມຄອງລະບົບສາມາດບໍລິຫານຜູ້ໃຊ້ ແລະ ສິດຕ່າງໆ, ບໍລິຫານເມນູບໍ່ວ່າຈະປັບປ່ຽນ ຫຼື ເພີ່ມເມນູ, ບໍລິຫານປະເພດ ແລະ ເນື້ອໃນຂອງຂໍ້ມູນ, ບໍລິຫານເອກະສານເຜີຍແຜ່ແຕ່ລະປະເພດ, ບໍລິຫານຄັງຄວາມຮູ້, ບໍລິຫານແບນເນີ້ໃນໜ້າຫຼັກພ້ອມທັງປ່ຽນສີຕ່າງໆ ເພື່ອ ຄວາມເປັນເອກະລັກສະເພາະຂອງອົງກອນ. ຄຽງຄູ່ກັນນັ້ນ, ຍັງສາມາດເບິ່ງສະຖິຕິການເຂົ້າຊົມເວັບໄຊແບບຫຍໍ້ໆໄດ້ອີກດ້ວຍ.

ລະບົບເວັບໄຊພາກລັດ ປັດຈຸບັນແມ່ນຖືກນຳໃຊ້ເພື່ອພັດທະນາເວັບໄຊຂອງກະຊວງ ປທສ ( www.mpt.gov.la ) ແລະ ເວັບໄຊຂອງສູນບໍລິຫານລັດດ້ວຍເອເລັກໂຕຣນິກ ( www.egc.gov.la ) ເຊິ່ງປະກອບມີບັນດາຂໍ້ມູນ – ຂ່າວສານສະເພາະຂອງກະຊວງ ປທສ ແລະ ສູນບໍລິຫານລັດດ້ວຍເອເລັກ ໂຕຣນິກ. ສຳລັບທິດທາງແຜນການ ໃນຕໍ່ໜ້າແມ່ນຈະໄດ້ມີການຂະຫຍາຍການນຳໃຊ້ລະບົບເວັບໄຊພາກລັດໄປຫາບັນດາພະແນກ ປທສ ແຂວງ ທັງສູນກາງ ແລະ ທ້ອງຖິ່ນ ແນໃສ່ການສ້າງໄດ້ຕົວແບບຂອງການສ້າງເວັບໄຊໃຫ້ແກ່ບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ພ້ອມທັງກຽມຄວາມພ້ອມຂອງການຂະຫຍາຍ, ຊຸກຍູ້ໃຫ້ມີການຊົມໃຊ້ລະບົບດັ່ງກ່າວໃຫ້ແຜ່ຫຼາຍ ແລະ ເພີ່ມຂຶ້ນເລື້ອຍໆ.

( ຂໍ້ມູນ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ )

ປທສ ເປີດນຳໃຊ້ລະບົບເວັບໄຊ