ພະນັກງານອາວຸໂສ ຢູ່ເມືອງໂພນທອງທີ່ບໍ່ມີໂອກາດໄປຍົກລະດັບ ໄດ້ສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນ

144

ເພື່ອຄວາມໂປ່ງໃສ ແລະ ຍຸຕິທຳ ໃນການເລື່ອຊັ້ນ-ຂັ້ນເງິນເດືອນ ໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ເມືອງໂພນທອງ ແຂວງ ຫຼວງພະບາງ ຜູ້ທີ່ບໍ່ມີໂອກາດໄດ້ໄປຍົກລະດັບດ້ານວິຊາການ, ດັ່ງນັ້ນ, ທາງການນຳເມືອງ ຈຶ່ງມີການຈັດພິທີສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກພະນັກງານ, ​ທັງນີ້ກໍ່ເພື່ອຄວາມເປັນເອກະພາບ ແລະ ຍຸຕິທຳທຸກຝ່າຍ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ມັງກອນ ປີ 2020 ຢູ່ຫ້ອງການຍຸຕິທໍາ ເມືອງໂພນທອງ ແຂວງ ຫຼວງພະບາງ ໄດ້ຈັດພິທີເປີດການສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກ່ພະນັກງານ-ລັດຖະກອນທີ່ບໍ່ມີໂອກາດໄປຍົກລະດັບ ພາຍໃຕ້ການເປັນປະທານຂອງ ທ່ານ ສີແພງ ສຸອຸໄທ  ປະທານກວດກາພັກ-ລັດເມືອງ, ມີຄະນະກຳມະການຍາມຫ້ອງເສັງ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

ໃນພິທີ ທ່ານ ອອນແກ້ວ ໄຊຍະວົງ ວ່າການຫົວໜ້າຫ້ອງການພາຍໃນເມືອງ ໂພນທອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງໂພນທອງ ແລະ ຂໍ້ຕົກລົງຂອງຫ້ອງການພາຍໃນເມືອງ ວ່າດ້ວຍການອະນຸມັດ ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ການເຝົ້າກວດກາຫ້ອງສອບເສັງເລື່ອນຊັ້ນ-ຂັ້ນເງິນເເດືອນໃຫ້ແກ່ພະນັກງານ-ລັດຖະກອນອາວຸໂສທີ່ບໍ່ມີໂອກາດໄປຍົກລະດັບ ແລະ ກົດລະບຽບການສອບເສັງ ເພື່ອໃຫ້ນັກສອບເສັງ ແລະຄະນະກຳມະການປະຕິບັດຢ່າງເຂັ້ມງວດ.

ໃນສົກຮຽນ 2020, ມີນັກສອບເສັງເຂົ້າຮ່ວມ ທັງໝົດ 4 ຄົນ ຍິງ 1 ຄົນ. ຈາກນັ້ນ, ທ່ານ ສີແພງ ສຸອຸໄທ ໄດ້ເໜັ້ນໜັກໃຫ້ຄະນະຮັບຜິດຊອບການເຝົ້າຫ້ອງສອບເສັງ ໃຫ້ມີຄວາມເຂັ້ມງວດ ຕາມລະບຽບຫຼັກການ ສ່ວນນັກສອບເສັງຕ້ອງຕັ້ງໃຈຄົ້ນຄ້ວາຫົວບົດສອບເສັງ ແລະ ຕອບໃຫ້ທັນເວລາ ຮັບປະກັນໃຫ້ການສອບເສັງໃຫ້ໄດ້ຮັບຜົນດີ, ມີຄຸນນະພາບ, ພ້ອມທັງໃຫ້ກຽດ ເປີດຫົວບົດສອບເສັງ ສົກປີ 2020 ຢ່າງເປັນທາງການ.

ທີ່ມາ: ຫ້ອງການຖວທເມືອງໂພນທອງ