ສາທາລະນາສຸກແຂວງເຊກອງສະຫຼຸບວຽກງານປະຈຳປີ 2019

172

ພະແນກສາທາລະນາສຸກ ແຂວງເຊກອງ ໄດ້ຈັດກອງປະຊຸມຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນາສຸກປະຈຳປີ 2019 ຂຶ້ນໃນວັນທີ 9 ມັງກອນ 2020 ນີ້ ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ-ແຂວງເຊກອງ, ທ່ານ ວິສັນ ອິນທະວົງ ຫົວຫນ້າພະແນກສາທາລະນະສຸກແຂວງ, ພ້ອມນີ້ກໍມີການນໍາຈາກພະແນກສາທາລະນະສຸກ 3 ແຂວງພາກໃຕ້, ມີຮອງເຈົ້າເມືອງ ແລະຫົວຫນ້າຫ້ອງການສາທາລະນະສຸກທັງ 4 ເມືອງ, ຄູ່ຮ່ວມພັດທະນາພາຍໃນ ແລະ ຕ່າງປະເທດ, ຕາງຫນ້າຈາກບັນດາພະແນກການອ້ອມຂ້າງແຂວງ, ພ້ອມດ້ວຍຫົວຫນ້າ ແລະຮອງຂະແຫນງ ຕະຫລອດຮອດພະນັກງານຫລັກແຫລ່ງພະແນກສາທາລະນະສຸກແຂວງເຂົ້າຮ່ວມ.

ທ່ານ ວິສັນ ອິນທະວົງ ຫົວຫນ້າພະແນກສາທາລະນະສຸກ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະຫນອງການບໍລິການສຸຂະພາບຢ່າງທົ່ວເຖິງ ເພື່ອແນ່ໃສ່ການບໍລິການໃຫ້ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສໍາຄັນ; ອັນພົ້ນເດັ່ນແມ່ນລະບົບການເຝົ້າລະວັງ ແລະ ຂອດການຄຸ້ມຄອງກໍລະນີໄຂ້ຍູງລາຍຢູ່ແຂວງເຊກອງ ສາມາດຮັກສາມູນເຊື້ອໃນ 6 ປີຜ່ານມາ ບໍ່ມີກໍລະນີຜູ້ເສຍຊີວິດ ອັນເປັນຂີດໝາຍສໍາຄັນ ແລະ ຢັ້ງຢືນເຖິງນໍ້າໃຈຄວາມຮັບຜິດຊອບອັນສູງສົ່ງຂອງພະນັກງານແພດໝໍທຸກຄົນ ຜົນສໍາເລັດດັ່ງກ່າວຍ້ອນມີການສະຫນັບສະຫນູນຈາກທຸກພາກສ່ວນ ຈຶ່ງເຮັດໃຫ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້.

ປັດຈຸບັນ ຕາໜ່າງສາທາລະນະສຸກ ໄດ້ຂະຫຍາຍລົງສູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ກວມເຖິງ 95% ຂອງພື້ນທີ່ທົ່ວແຂວງ, ລະບົບເຝົ້າລະວັງ ແລະ ຕອບໂຕ້ເພື່ອຮັບມືກັບການລະບາດຂອງພະຍາດລະດູການແມ່ນວ່ອງໄວ, ທັນກັບສະພາບການ, ຕິດພັນກັບການປັບປຸງຍົກລະດັບການບໍລິການສຸຂະພາບ, ດ້ວຍການຈັດຕັ້ງປະຕິບັດຄໍາຂວັນ 5 ດີ 1 ພໍໃຈ ເຮັດໃຫ້ປະຊາຊົນມາໃຊ້ບໍລິການຮັກສາສຸຂະພາບເພີ່ມຂຶ້ນ, ປະຈຸບັນແຂວງເຊກອງ ໄດ້ຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບໄດ້ 100% ແລ້ວ, ແຕ່ມີຜູ້ມາໃຊ້ບໍລິການຕົວຈິງປະມານ 90%, ເຫດຜົນຍ້ອນປະຊາຊົນຈໍານວນຫນຶ່ງຢູ່ເຂດຫ່າງໄກສອກຫຼີກ ບໍ່ສາມາດມາໃຊ້ບໍລິການໄດ້ຫມົດທຸກຄົນ.

ໃນຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ-ຊີ້ນໍາ ຈາກທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກຕື່ມອີກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະນໍາພະແນກເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄ້າງໃນປີຜ່ານມາ ແລະ ຕັ້ງໜ້າສຸມໃສ່ຈັດຕັ້ງປະຕິບັດວຽກງານໃຫ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້ໃນຊຸມປີຕໍ່ຫນ້າ.

ຈາກ: ຂ່າວເຊກອງ