ພຽງປີດຽວ! ຫຼວງນໍ້າທາມີຜູ້ເສຍຊີວິດຍ້ອນອຸບັດເຫດເຖິງ 22ຄົນ

176

ປີ 2019 ແຂວງຫຼວງນໍ້່າທາມີອຸບັດເຫດເກີດຂຶ້ນທັງໝົດ 366ລາຍ ທຽບໃສ່ປີ 2018 ເພີ່ມຂຶ້ນ 170ລາຍ, ພ້ອມມີຜູ້ເສຍຊີວິດ22ລາຍ

ພາບປະກອບຂ່າວເທົ່ານັ້ນ

ຕາມການໃຫ້ຂໍ້ມູນຂອງທ່ານ ຮອ ແຕະ ອຸດົມ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນປີ2019 ຜ່ານມາ ທົ່ວແຂວງຫຼວງນໍ້າທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 366 ລາຍ, ແລະ ເສຍຊີວິດ 22 ລາຍ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 170 ລາຍ.

ພາບປະກອບຂ່າວເທົ່ານັ້ນ

ມີພາຫະນະເປ່ເພເລັກນ້ອຍ 444 ຄັນ, ສົມຄວນ 189 ຄັນ, ໃຊ້ການບໍ່ໄດ້ 24 ຄັນ, ລົດຈັກຕຳລົດຈັກ 110 ລາຍ, ລົດຈັກຕຳລົດຖີບ 6 ລາຍ, ລົດບັນທຸກຕຳລົດບັນທຸກ 1 ລາຍ, ລົດຈັກຕຳຄົນຍ່າງ 24 ລາຍ, ລົດຈັກຕຳລົດແຕ໋ກເຕີ 6 ລາຍ, ລົດຈັກຕຳລົດໃຫ່ຍ 103 ລາຍ,ລົດຈັກຕຳລົດບັນທຸກ 23 ລາຍ, ລົດແຕ໋ກເຕີຕຳຄົນຍ່າງ 1 ລາຍ, ລົດຈັກລົ້ມເອງ 11 ລາຍ, ລົດໃຫ່ຍຕຳລົດໃຫ່ຍ 26 ລາຍ, ລົດໃຫ່ຍຕຳເຮືອນ 3 ລາຍ, ລົດໃຫ່ຍຕຳຄົນຍ່າງ 7 ລາຍ, ລົດໃຫ່ຍປິ້ນເອງ 4 ລາຍ, ລົດບັນທຸກປິ້ນເອງ 9 ລາຍ. ລວມມູນຄ່າເສຍຫາຍ 4.831 ລ້ານກ່ວາກີບ. ສາເຫດທີ່ພາໃຫ້ເກີດອຸບັດຕິເຫດສ່ວນຫຼາຍແມ່ນແລ່ນລົດໄວເກີນກຳນົດມີ 202 ລາຍ, ດື່ມສິ່ງມືນເມົາ 114 ລາຍ

ພາບປະກອບຂ່າວເທົ່ານັ້ນ

ທ່ານຍັງໄດ້ກ່າວຕື່ມວ່າ:ຕໍ່ກັບບັນຫາດັ່ງກ່າວໄດ້ຮຽກຮ້ອງເຖິງຜູ້ຂັບຂີ່ຜູ້ໃຊ້ລົດໃຊ້ທະໜົນຈົ່ງເພີ່ມສະຕິໃນການໄປ – ມາ ໃຫ້ກຽດເຊິ່ງກັນ ແລະ ກັນ, ເຄົາລົບກົດລະບຽບການສັນຈອນໃຫ້ເຂັ້ມງວດ,ກວດກາສະພາບເຕັກນິກລົດເປັນປະຈຳ ບັນຫາອຸບັດຕິເຫດກໍ່ຈະບໍ່ເກີດຂຶ້ນ

ຂໍ້ມູນຈາກ: media laos