ຍິນດີນຳ! ທ່ານ ຈັນ ບຸບຜາລີວັນ ໄດ້ເປັນປະທານແນວລາວສ້າງຊາດແຂວງຄຳມ່ວນຜູ້ໃໝ່

150

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ທັງຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຮັບປະສິດທິພາບຫຼາຍຂຶ້ນ ຫຼາຍອົງການຈັດຕັ້ງ, ບັນດາພະແນກການ ນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີການໂຍກຍ້າຍໜ້າທີ່ພະນັກງານ-ລັດຖະກອນ ໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບຕົວຈິງ. ຫຼ້າສຸດ ແຂວງ ຄຳມ່ວນ ກໍ່ໄດ້ມີການພິທີປະກາດມອບ-ຮັບໜ້າທີ່ປະທານແນວລາວສ້າງຊາດແຂວງຜູ້ໃໝ່ຂຶ້ນອີກ.

ພິທີດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 10 ມັງກອນ 2020 ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຄຳມ່ວນ ລະຫວ່າງ ທ່ານ ແສງທອງ ພະຄຸນທອງ  ປະທານແນວລາວສ້າງຊາດແຂວງ ( ຜູ້ເກົ່າ ) ແລະ ທ່ານ ຈັນ ບຸບຜາລີວັນ  ປະທານແນວລາວສ້າງຊາດແຂວງ ( ຜູ້ໃໝ່ ) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມໃຈ ເພັດສີນວນ  ປະທານສະພາປະຊາຊົນແຂວງ, ມີບັນດາຫົວໜ້າພະແນກການ, ຫ້ອງການແນວລາວສ້າງຊາດເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມມະຕິຕົກລົງຂອງທ່ານເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍການອະນຸມັດໃຫ້ພະນັກງານ – ລັດຖະກອນ ສັງກັດຢູ່ແນວລາວສ້າງຊາດແຂວງຮັບອຸດໜູນບຳນານໃນງວດ I ປີ 2020 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງປະທານແນວລາວສ້າງຊາດແຂວງຄຳມ່ວນຄົນໃໝ່.

ໃນໂອກາດນີ້ ທ່ານ ສົມໃຈ ເພັດສີນວນ ກໍ່ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະແນວລາວສ້າງຊາດຊຸດເກົ່າທີ່ຍາດມາໄດ້ຜົນງານໃນຫຼາຍໆດ້ານ. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ສືບຕໍ່ປະຕິບັດໜ້າທີ່ ແລະ ໜູນໃຊ້ຄວາມຮູ້ຄວາມສາມາດ ບົດຮຽນຂອງຕົນເຂົ້າໃນການປະຕິບັດຮັບໃຊ້ຊາດ ແລະ ປະຊາຊົນຢ່າງຈິງຈັງ, ຈິງໃຈ, ຄະນະພັກ – ພະນັກງານຫຼັກແຫຼ່ງ ຈົ່ງພ້ອມກັນຮັກສາຄວາມສາມັກຄີເປັນປຶກແຜ່ນເຮັດວຽກເປັນໝູ່ຄະນະ ພ້ອມທັງເຂັ້ມງວດໃນແບບແຜນວິທີເຮັດວຽກ, ເພື່ອແນໃສໃຫ້ວຽກງານຂອງແນວລາວສ້າງຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ທີ່ມາ: Khammouane News