ການກະກຽມ ພິທີເປີດ-ປິດ ກີລາແຫ່ງຊາດຄັ້ງທີ 11 ພ້ອມແລ້ວ, 20 ພາກສ່ວນຮ່ວມຊີງໄຊ ເກືອບ 400 ຫຼຽນຄໍາ

143

ມາຮອດປັດຈຸບັນການກະກຽມດ້ານ ພິທີເປີດ-ປິດ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ພ້ອມເປັນທີ່ຮຽບຮ້ອຍ ຫຼັງໄດ້ມີການຄັດເລືອກນັກສະແດງໄດ້ຄົບຕາມຈໍານວນ 2.849 ຄົນ, ສ່ວນປີນີ້ມີ 20 ພາກສ່ວນເຂົ້າຮ່ວມຊີງໄຊ 385 ຫຼຽນຄໍາ.

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ແລະ ເປັນກອງປະຊຸມຄັ້ງສຸດທ້າຍ ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໂດຍການເປັນປະ ທານຮ່ວມຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນ ຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆ ຊຽງຂວາງ, ປະທານຄະນະຮັບຜິດຊອບຈັດງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XI.

ສໍາລັບ ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງສຸດທ້າຍເພື່ອກະກຽມໃຫ້ແກ່ງານກີລາດັ່ງກ່າວ ເຊິ່ງຈາກການລາຍງານຂອງ 11 ກໍາກະການເພື່ອກະກຽມໃຫ້ແກ່ງານກີລາແຫ່ງຊາດ ຄັ້ງທີ XI ເຫັນວ່າທຸກວຽກງານມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໂດຍສະເພາະການກະກຽມສະໜາມກິລາຂອງແຂວງທີ່ສ້າງຂຶ້ນໃໝ່ທີ່ສາມາດບັນຈຸຜູ້ຊົມໄດ້ປະມານ 20.000 ຄົນເພື່ອນໍາໃຊ້ເຂົ້າໃນພິທີເປີດ-ປິດງານ ສໍາເລັດແລ້ວເກືອບ 100%, ເຫຼືອພຽງແຕ່ການຕົບແຕ່ງປະດັບປະດາ, ການຕິດຕັ້ງລະບົບຕາຄ່າຍໄຟຟ້າ ແລະ ລະ ບົບໄຟເຍືອງທາງເຂົ້າສູ່ສະໜາມ ແລະ ວຽກອື່ນຯ ຈໍານວນໜຶ່ງ.

ສ່ວນການກະກຽມພິທີເປີດ-ປິດງານ ໄດ້ສໍາເລັດການຄັດເລືອກກ້ອນກໍາລັງສວນສະໜາມ ແລະ ແຫ່ແລ່ນທວນໄຟ ຈໍາວນ 300 ຄົນ ແລະ ນາງສາວຖືປ້າຍ 50 ຄົນ, ສໍາເລັດຄັດເລືອກນັກສະ ແດງ 2.849 ຄົນ, ສໍາເລັດການອອກແບບລາຍການສະແດງມື້ເປີດງານມີ 4 ລາຍການ ແລະ ມື້ປິດງານມີ 3 ລາຍການ.

ງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນ ທີ 22 ມີນາ – 1 ເມສາ 2020 ມີແຂ່ງຂັນທັງໝົດ 28 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງ-ບານສົ່ງຫາດ ຊາຍ, ກະຕໍ້-ຊິນລອນ, ເຕັນນິສ, ປິງປ໋ອງ, ເປຕັງ, ດອກປີກໄກ່, ລອຍນ້ຳ, ຍິງປືນ, ໝາກເສິກ, ເທັກຄວັນໂດ, ວູຊູ, ປັນຈັກສີລັດ, ຢູໂດ, ກາຣາເຕໂດ, ມວຍສາກົນ, ມວຍປ້ຳ, ມວຍລາວ, ຊ່ວງເຮືອ, ກ໊ອຟ, ໝາກເສິກ, ໜ້າເກັກ-ຍິງທະນູ, ໝາກແລ້, ລົດຖີບ, ໂບລິ້ງ ແລະ ສະນຸກເກີ່. ນອກນີ້ຍັງມີ 1 ກິລາສາທິດ ຄື: ຣັກບີ້.

ທັງນີ້, ມີ 20 ພາກສ່ວນແຈ້ງເຈດຈໍານົງເຂົ້າຮ່ວມຄື: 1 ນະຄອນຫລວງ, 17 ແຂວງ ແລະ 2 ກະຊວງເຂົ້າຮ່ວມແຂ່ງຂັນ. ມີຊີງໄຊທັງໝົດ 385 ຫຼຽນຄໍາ, 385 ຫຼຽນເງິນ ແລະ 627 ຫຼຽນທອງ. ກໍານົດເອົາໄຫຫີນເປັນສັນຍາລັກ ແລະ ນົກແອ່ນເປັນສັດນໍາໂຊກ.