ຮູບເງົາ “ Little women ” ສື່ເຖິງຄວາມເຂັ້ມແຂງຂອງ 4 ເອື້ອຍນ້ອງ

149

ຮູບເງົາເລື່ອງ “ Little women ” ດັດແປງມາຈາກນະວະນິຍາຍຊື່ດຽວກັນທີ່ຕີພິມໃນປີ 1868 ຈາກຜົນງານຂຽນຂອງ Louisa May Alcott ທີ່ບັນຍາຍເຖິງເລື່ອງລາວຂອງ 4 ເອື້ອຍນ້ອງຕະກູນ March ທີ່ຕັດສິນໃຈອອກຈາກບ້ານເກົ່າຂອງຄອບຄົວມາໃຊ້ຊີວິດໃນແບບຕົນເອງ.

ຈາກຕົວຢ່າງທີ່ໄດ້ປ່ອຍອອກມາແມ່ນສື່ໃຫ້ເຫັນວ່າພວກເຂົາມີຄວາມຝັນທີ່ແຕກຕ່າງກັນໄປ ເຊັ່ນ: Jo March ຢາກເປັນນັກອອກແບບ, Meg March ຢາກເປັນນັກສະແດງ, Amy March ແລະ Beth March ນ້ອງສາວຫຼ້າຢາກເປັນຈິດຕະກອນ. ທັງ 4 ຄົນຈະຕ້ອງປະເຊີນ ແລະ ເປັນຕົວນໍາຂອງເລື່ອງ ເພາະເປັນການຕໍ່ສູ້ກັບຂອບຂອງສັງຄົມທີ່ວັດຄວາມສໍາເລັດຂອງແມ່ຍິງຈາກການແຕ່ງດອງ.

ຮູບເງົາເລື່ອງນີ້ເປັນການເລົ່າການກ້າວຂ້າມໄວ ຫຼື Coming of age ຂອງໄວໜຸ່ມສູ່ການເປັນຜູ້ໃຫຍ່ ເພາະສະນັ້ນຈຶ່ງບໍ່ແມ່ນຮູບເງົາທີ່ເໝາະສົມສໍາລັບຜູ້ທີ່ມັກປະເພດຮູບເງົາດຣາມ່າທົ່ວໄປ, ແຕ່ມັນເປັນຮູບເງົາທີ່ໜ້າສົນໃຈສໍາລັບເດັກນ້ອຍແມ່ຍິງທຸກຄົນ ເພື່ອຢ້ຳໃຫ້ຮູ້ວ່າການແຕ່ງດອງບໍ່ແມ່ນຕົວຊີ້ວັດ ຄວາມສໍາເລັດ ຫຼື ຄຸນຄ່າສະເໝີໄປ ໂດຍຫຼຸດອອກຈາກຂອບເກົ່າໆໄປພ້ອມໆກັນກັບຮູບເງົາ “ Little women ” ເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: Major platinum cineplex )

( ຮຽບຮຽງ: ນຸ້ມນິ້ມ )