ແຈກສູດ! ນໍ້າຢາລ້າງຖ້ວຍ ເຮັດໄວ້ໃຊ້ເອງງ່າຍໆ ດ້ວຍໝາກຂີ້ຫູດ

143

ນໍ້າຢາລ້າງຖ້ວຍ ເປັນສິ່ງທີ່ທຸກຄົວເຮືອນ ຕ້ອງມີໄວ້ຕິດເຮືອນຢູ່ແລ້ວແມ່ນບໍ? ແຕ່ຈະດີກວ່ານີ້ຖ້າເຮົາສາມາດຜະລິດໃຊ້ເອງໄດ້ ດ້ວຍການນຳໃຊ້ສະໜຸນໄພຈາກທຳມະຊາດ ມາເປັນສ່ວນປະກອບໃນການຜະລິດ. ທັງນີ້, ກໍ່ເພື່ອຄວາມປອດໄພ ແລະ ປະຢັດເງິນໃນກະເປົ໋ານຳອີກ. ດັ່ງນັ້ນ, ມື້ນີ້ ແອັດມິນ ຈະມານຳສະເໜີ ການຜະລິດນໍ້າຢາລ້າງຖ້ວຍດ້ວຍໝາກຂີ້ຫູດແບບງ່າຍໆ.

ວັດຖຸດິບທີ່ຕ້ອງໃຊ້: ສານ N70 (ເປັນສານຊໍາລະລ້າງ ທີ່ນິຍົມໃຊ້ໃນຜະລິດຕະພັນຄີມອາບນໍ້າ ແລະ ນໍ້າຢາລ້າງຫ້ອງນໍ້າ ເຊິ່ງຫາຊື້ໄດ້ຕາມຮ້ານຂາຍຜະລິດຕະພັນສານເຄມີ) ຈຳນວນ 1 ກິໂລກຣາມ; ໝາກຂີ້ຫູດ 3 ກິໂລກຣາມ; ຜົງຂີ້ໝິ້ນ 2 ບ່ວງ ແລະ ເກືອ.

ວິທີເຮັດ: ລ້າງໝາກຂີ້ຫູດໃຫ້ສະອາດ, ໝາກຂີ້ຫູດທີ່ນຳມາໃຊ້ເຮັດເປັນຢາລ້າງຖ້ວຍ ຖ້າຢາກໃຫ້ໄດ້ຜົນດີ ຄວນໃຊ້ໝາກຂີ້ຫູດແກ່ ມີສີເຫຼືອງ ເພາະຈະຕົ້ມໄດ້ງ່າຍກວ່າ. ຈາກນັ້ນ, ຜ່າໝາກຂີ້ຫູດອອກເປັນ 2 ປ່ຽງ ແກະເອົາແກ່ນອອກ.

ນຳໝາກຂີ້ຫູດທີ່ກຽມໄວ້ລົງໄປຕົ້ມ ໃສ່ນໍ້າພໍຖ້ວມ ແລ້ວຕົ້ມປະມານ 1 ຊົ່ວໂມງ (ສັງເກດເບິ່ງໝາກຂີ້ຫູດເລີ່ມເປື່ອຍ ແລະ ນໍ້າຕົ້ມປ່ຽນສີ) ປົງໄວ້ໃຫ້ເຢັນ. ຈາກນັ້ນ, ນໍາຜ້າຂາວມາຕອງເອົາເສດເປືອກອອກ ເອົາແຕ່ນໍ້າ (ຈະໄດ້ນໍ້າໝາກຂີ້ຫູດເຂັ້ມຂຸ້ນ) ຫຼັງຈາກນັ້ນ, ໃສ່ສານ N70 ປະສົມກັບນໍ້າຕົ້ມໝາກຂີ້ຫູດທີ່ຕອງໄວ້ໃຫ້ເຂົ້າກັນ.

ຈາກນັ້ນ, ນຳຂີ້ໝິ້ນຜົງລະລາຍໃນນໍ້າ ແລ້ວປະສົມລົງໄປກັບນໍ້າຢາໃຫ້ເປັນສີເຫຼືອງສວນງາມ ຄືກັນກັບນໍ້າຢາລ້າງຖ້ວຍທີ່ຂາຍຕາມທ້ອງຕະຫຼາດທົ່ວໄປ (ເລືອກໃຊ້ຂີ້ໜິ້ນຜົງ ແທນສີປຸງແຕ່ງອາຫານເພາະຈະໄດ້ນໍ້າຢາລ້າງຖ້ວຍ ທີ່ມີສ່ວນປະສົມຈາກສານເຄມີໃຫ້ນ້ອຍທີ່ສຸດ ເຮັດໃຫ້ສານເຄມີຕົກຄ້າງນ້ອຍກວ່ານໍ້າຢາລ້າງຖ້ວຍທົ່ວໄປ).

ຂັ້ນຕອນສຸດທ້າຍ ໃຫ້ໃຊ້ເກືອລະລາຍປະສົມລົງໄປ ເພື່ອເພີ່ມຄວາມເຂັ້ມຂຸ້ນໃນການກັດເຊາະຄາບເປື້ອນ (ປົກກະຕິຈະໃຊ້ສານກັດເຊາະຄາບເປື້ອນ ແຕ່ໃຊ້ເກືອແທນ ເພາະເປັນວັດຖຸດິບຈາກທໍາມະຊາດ ເພື່ອຫຼຸດຜ່ອນໃນການໃຊ້ສານເຄມີ) ໂດຍຄ່ອຍໆໂຮຍເກືອລົງໄປເທື່ອລະນ້ອຍ ຈົນຄວາມເຂັ້ມຂຸ້ນຂອງຕົວນໍ້າຢາພໍດີຕາມຕ້ອງການແລ້ວ.

ຫຼັງຈາກນັ້ນ, ນຳມາຮ່າຍໃສ່ກວດພລາສະຕິກແລ້ວນໍາໄປໃຊ້ໄດ້ເລີຍ ຫຼື ສາມາດເກັບມ້ຽນໄວ້ໃຊ້ຫຼາຍເດືອນກໍ່ໄດ້. ສຳລັບທ່ານໃດສົນໃຈ ລອງນໍາສູດນີ້ໄປຜະລິດໃຊ້ເອງລອງເບິ່ງເດີ້!

ທີ່ມາ: bitcoretech