ຊົມເຊີຍຜົນງານປີ 2019, ພາສີ ດ່ານສາກົນຂົວມິດຕະພາບ III ເກັບລາຍຮັບລື່ນແຜນ

197

ໝົດປີ 2019 ດ່ານພາສີສາກົນຂົວມິດຕະພາບ III ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໄດ້ລື່ນແຜນການ 12 ຕື້ກີບ. ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໄດ້ໃຫ້ສຳພາດຕໍ່ສື່ທ້ອງຖິ່ນ ກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານ ປະຈຳປີ 2019ວ່າ: ດ່ານພາສີຂົວມິດຕະພາບ III ໄດ້ຮັບຕົວເລກມອບໝາຍເກັບລາຍຮັບເຂົ້າງົບປະມານທັງໝົດ 252 ຕື້ກວ່າກີບ, ທຽບໃສ່ປີ 2018 ແມ່ນເພີ່ມຂຶ້ນ 5,73% ເຊິ່ງກວມເອົາ 63% ການເກັບລາຍຮັບຂອງພູດພາສີພາຍໃນແຂວງ.

ຜ່ານການຈັດຕັ້ງປະຕິບັດໝົດປີ ສາມາດເກັບລາຍຮັບໄດ້ທັງໝົດ 264 ຕື້ກວ່າກີບ ເທົ່າກັບ 104,54% ຂອງແຜນການ. ໃນນັ້ນ, ສະເພາະດ່ານພາສີສາກົນຂົວມິດຕະພາບ III ແມ່ນປະຕິບັດໄດ້ 262,4 ຕື້ກວ່າກີບ, ດ່ານປະເພນີເຮືອໂດຍສານທ່າແຂກ 773 ລ້ານກວ່າກີບ, ດ່ານທ້ອງຖິ່ນບ້ານດ່ານ ເມືອງໜອງບົກ 820 ລ້ານກວ່າກີບ, ດ່ານທ້ອງຖິ່ນປາກນ້ຳຫີນບູນ 157 ລ້ານກວ່າກີບ ແລະ ດ່ານທ້ອງຖິ່ນບ້ານປາກເປັ່ງ 6 ລ້ານກວ່າກີບ.

ເຊິ່ງສາເຫດທີ່ເຮັດໃຫ້ການເກັບລາຍຮັບຂອງດ່ານພາສີຂົວມິດຕະພາບ III ບັນລຸ ແລະ ລື່ນແຜນການ ແມ່ນຍ້ອນສິນຄ້າໃນບາງປະເພດແມ່ນມີການເພີ່ມຂຶ້ນໂດຍສະເພາະ ແມ່ນຄ່າຊັກພິເສດສົ່ງອອກຫີນເພີ່ມຂຶ້ນ 7,24% ຖ້າທຽບໃສ່ປີຜ່ານມາ, ວັດສະດຸກໍ່ສ້າງເພີ່ມຂຶ້ນ 7,69%, ເຄື່ອງໃຊ້ໄຟຟ້າເພີ່ມຂຶ້ນ 5,20%, ເຄື່ອງອຸປະໂພກ-ບໍລິໂພກເພີ່ມຂຶ້ນ 15,43%, ສິນຄ້າຕາມສັນຍາອາຊຽນ 40,02%, ສິນຄ້ານຳເຂົ້າເພື່ອສົ່ງອອກ 12,87%, ຄ່າທຳນຽມຜ່ານແດນສາກົນ 8,83%, ຄັງແຮນ້ຳມັນເຊື້ອໄຟ 4,9% ແລະ ອື່ນໆ.

ທ່ານ ສົມຫວັງ ສົມຈິນດາ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນປີ 2020 ແມ່ນໄດ້ຮັບການມອບ ໝາຍຕົວເລກຈັດເກັບລາຍຮັບຈຳນວນ 293 ຕື້ກີບ, ທຽບໃສ່ແຜນປີ 2019 ແມ່ນເພີ່ມຂຶ້ນ 15,95% ຫຼືເທົ່າກັບ 40,3 ຕື້ກີບ. ໃນນັ້ນ: ໄດ້ແບ່ງໃຫ້ດ່ານຂົວມິດຕະພາບ III ຈຳນວນ 290 ຕື້ກີບ, ດ່ານທ່າເຮືອໂດຍສານ 1,75 ຕື້ກີບ, ດ່ານປາກນ້ຳຫີນບູນ 200 ລ້ານກີບ, ດ່ານທ້ອງຖິ່ນບ້ານດ່ານ 1 ຕື້ກີບ ແລະ ດ່ານປາກເປັ່ງ 50 ລ້ານກີບ.

ສະນັ້ນ, ເພື່ອເຮັດໃຫ້ການເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ໄດ້ຮັບມອບໝາຍນັ້ນ ດ່ານພາສີຂົວມິດຕະພາບ III ຈະສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ພະນັກງານພາຍໃນດ່ານ, ພະນັກງານແຕ່ລະສະຫາຍຕ້ອງມີສະຕິຕໍ່ລະບຽບກົດໝາຍສູງ, ຄຸ້ມຄອງ, ກວດກາ, ຕິດຕາມການປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເປັນປົກກະຕິ, ເຂັ້ມງວດ ແລະ ທົ່ວເຖິງ, ສະຫຼຸບລາຍງານແຕ່ລະຂັ້ນແມ່ນຕ້ອງທັນກັບເວລາ ແລະ ຊັດເຈນ, ປັບປຸງແບບແຜນວິທີເຮັດວຽກຕາມໜ່ວຍງານດ່ານບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ສາມາດກວດສອບໄດ້ ແລະ ຮັບປະກັນຄວາມຖືກ ຕ້ອງຕາມລະບຽບກົດໝາຍ, ແບ່ງຄວາມຮັບຜິດຊອບໃຫ້ພະນັກງານໃຫ້ສົມຄູ່ກັບຄວາມຮູ້ຄວາມສາມາດທີ່ມີຢູ່ໃນປັດຈຸບັນ.

ທີ່ມາ: Khammouane News