ຈືນໄຂ່ໃສ່ປາທູຊ່ວຍເສີມສ້າງໂອເມກ້າ 3

162

ໂອເມກ້າ 3 ໃນປາທູມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ເຊັ່ນ: ຊ່ວຍປ້ອງກັນພະຍາດຄວາມຈໍາເສື່ອມ ເນື່ອງຈາກຊ່ວຍປ້ອງກັນການເກີດກ້ອນໄຂມັນໃນສະໝອງ, ຊ່ວຍຫຼຸດພາວະການອັກເສບຂອງຮ່າງກາຍ, ຊ່ວຍເພີ່ມສັກກະຍະພາບໃນການຮຽນຮູ້, ເພີ່ມສະມາທິ, ຄວາມຈື່ຈໍາ ແລະ ປັບສົມດຸນອາລົມ.

ສ່ວນປະສົມ:

1 ປາທູ 1 ໂຕ.

2 ໄຂ່ໄກ່ ຫຼື ໄຂ່ເປັດ 3 ໜ່ວຍ.

3 ນ້ຳຕານໜ້ອຍໜຶ່ງ.

4 ນ້ຳສະອິວໜ້ອຍໜຶ່ງ.

5 ນ້ຳມັນຫອຍ 1 ບ່ວງກາເຟ.

6 ນ້ຳມັນ 2 – 3 ບ່ວງແກງ.

7 ຜັກຕາມທີ່ຕ້ອງການ ເຊັ່ນ: ຜັກຫອມປ້ອມ, ຜັກບົ່ວໃບ, ໝາກເຜັດ ແລະ ອື່ນໆ ຫຼື ບໍ່ໃສ່ຜັກກໍໄດ້.

ວິທີປຸງແຕ່ງ:

ເອົາປາທູມາໄຈ້ເອົາແຕ່ຊີ້ນແລ້ວເຮັດມຸ່ນໆຄ້າຍໆກັບໝູບົດ ແລະ ນຳໄປປະສົມກັບໄຂ່ປຸງລົດດ້ວຍນ້ຳຕານ, ນ້ຳສະອິວ ແລະ ນ້ຳມັນຫອຍຕີສ່ວນປະສົມທຸກຢ່າງໃຫ້ເຂົ້າກັນດີ. ຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງພໍຮ້ອນເອົາໄຂ່ລົງ ແລະ ປີ້ນດ້ານໃຫ້ໄຂ່ສຸກສະເໝີກັນ ເມື່ອສຸກແລ້ວຈັດໃສ່ຈານໂຮຍໜ້າດ້ວຍຜັກຫອມ ຫຼື ໝາກເຜັດຊອຍເປັນເສັ້ນເທົ່ານີ້ກໍເປັນອັນວ່າຮຽບຮ້ອຍ.

( ຂໍ້ມູນຈາກ: posttoday.com )

[ ຮຽບຮຽງ: ນຸ້ມນິ້ມ ]