ແກ້ບັນຫາຫົວເຂົ່າດຳ ຫຼື ແຂນສອກດ້ານດ້ວຍໝາກນາວ

104

ເຊື່ອວ່າມີຫຼາຍຄົນທີ່ມີບັນຫາກ່ຽວກັບເລື່ອງແຂນສອກດ້ານ ຫຼື ຫົວເຂົ່າດຳ ສຳລັບມື້ນີ້ເຮົາມີເຄັດລັບແບບບ້ານນາ ( ຈາກທຳມະຊາດ ) ມາຝາກດ້ວຍວັດຖຸດິບ ແລະ ວິທີການເຮັດທີ່ງ່າຍ.

ວັດຖຸດິບ ແລະ ອຸປະກອນ:

1 ໝາກນາວ 1 ໜ່ວຍ.

2 ມີດ.

ວິທີການເຮັດ:

ປາດໝາກນາວເປັນແຜ່ນໆ ແລະ ນຳໝາກນາວມາຖູບໍລິເວນແຂນສອກ ຫຼື ຫົວເຂົ່າທີ່ດຳ ໂດຍພະຍາຍາມປະຕິບັດແບບນີ້ຕະຫຼອດຈະຊ່ວຍເຮັດໃຫ້ຜິວສ່ວນນັ້ນໆມີສີຈາງລົງໄດ້ ເພາະໃນໝາກນາວຈະມີລິດເປັນກົດອ່ອນໆທີ່ຈະຊ່ວຍຂັດເຊລຜິວໃຫ້ກະຈ່າງໃສຂຶ້ນນັ້ນເອງ.

ທັງງ່າຍ ແລະ ສະດວກສະບາຍແບບນີ້ທ່ານໃດທີ່ມີບັນຫາສາມາດທົດລອງເຮັດໄດ້ ເຊິ່ງຈະໄດ້ທັງຜິວທີ່ງາມແບບເປັນທຳມະຊາດພ້ອມໃສ່ເຄື່ອງນຸ່ງໄດ້ຢ່າງໝັ້ນໃຈນຳ.

( ຂໍ້ມູນຈາກ: women.kapook.com )