ຫຼວງນໍ້າທາ ຫາລືແກ້ໄຂບັນຫາຫາງສຽງຈາກສັງຄົມຕໍ່ຮ້ານອາຫານບັນເທີງໃຫ້ເຂົ້າສູ່ລະບຽບ

128

ຮອງຫົວໜ້າຂະແໜງທ່ອງທ່ຽວ ແຂວງຫຼວງນໍ້າທາ ເຜີຍ ການຄຸ້ມຄອງການບໍລິການຮ້ານອາຫານ,ຮ້ານກີນດື່ມ ແລະ ຮ້ານບັນເທີງຍັງບໍ່ທັນໄດ້ມາດຖານ ເປັນຕົ້ນ ມົນລະພິດທາງສຽງທີ່ລົບກວນສັງຄົມອ້ອມຂ້າງ, ເຊິ່ງຕ້ອງເລັ່ງປຶກສາຫາລື ຫາທາງແກ້ໄຂໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ສາມາດສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຫຼາຍຂຶ້ນ.

ໃນວັນທີ 8 ມັງກອນ 2020 ຢູ່ທີສູນຝຶກອົບຮົມພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ຈັດກອງປະຊຸມປືກສາຫາລືວຽກງານ ຄຸ້ມຄອງການທ່ອງທ່ຽວລະຫວ່າງພາກລັດ ແລະ ພາກທຸລະກິດ,ໂດຍການເຂົ້າຮ່ວມຂອງທ່ານ ສີວີໄລ ປັນແກ້ວ ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ພັນໂທ ສຸກສະໝອນ ເພັດງ່າຄຳ ຫົວໜ້າພະແນກຕໍາຫຼວດທ່ອງທ່ຽວແຂວງ, ມີຫົວໜ້າ-ຮອງຂະແໜງທ່ອງທ່ຽວແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ພາບປະກອບຂ່າວເທົ່ານັ້ນ

ທ່ານ ລິນທອນ ສຸວັນທອນ ລາຍງານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານທຸລະກິດການທ່ອງທ່ຽວໄລຍະ 1 ປີຜ່ານມາວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການທ່ອງທ່ຽວຢູ່ຫຼວງນໍ້າທາແມ່ນອີງໃສ່ວຽກງານ 3 ສ້າງ, ໄດ້ແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງ ແລະ ເມືອງ, ທົ່ວແຂວງຫຼວງນໍ້າທາມີບໍລິສັດ, ສາຂາບໍລິສັດທ່ອງທ່ຽວ 8 ຫົວໜ່ວຍ, ໜ່ວຍບໍລີການນໍາທ່ຽວ 21 ຫົວໜ່ວຍ, ໂຮງແຮມ, ຣີສອດ 10 ຫົວໜ່ວຍແມ່ນແຂວງຄຸ້ມຄອງ, ມີເຮືອນພັກ 95 ຫົວໜ່ວຍ,ພັດຕະຄານ,ຮ້ານອາຫານ, ສວນອາຫານ 97 ຫົວໜ່ວຍ, ຮ້ານບັນເທີງ 9 ຫົວໜ່ວຍ ແລະ ຮ້ານກິນດື່ມ 81 ຫົວໜ່ວຍແມ່ນເມືອງຄຸ້ມຄອງ ລວມມຸນຄ່າການລົງທືນທັງໝົດ 1ແສນຕື້ກວ່າກີບ

ພາບປະກອບຂ່າວເທົ່ານັ້ນ

ຂະນະດຽວກັນກໍ່ໄດ້ສົມທົບພາກສ່ວນກ່ຽວຂ້ອງລົງກວດກາ,ຕິດຕາມ ແລະ ຊຸກຍູ້ພາກທຸລະກິດທ່ອງທ່ຽວປັບປຸງຂອດບໍລິການ,ຄຸນນະພາບຂອງຜະລິດຕະພັນ,ເອົາໃຈໃສ່ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີຕິດພັນກັບການຄຸ້ມຄອງວຽກງານທ່ອງທ່ຽວ,ປັບປຸງ,ສ້າງນິຕິກໍາທີຈໍາເປັນເພື່ອເປັນເຄື່ອງມືໃນການຄຸ້ມຄອງວຽກງານທ່ອງທ່ຽວໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດສັງຄົມປັດຈຸບັນເປັນຕົ້ນແມ່ນລະບຽບການຄຸ້ມຄອງໂຮງແຮມ,ເຮືອນພັກ,ຣິສອດ ແລະ ລະບຽບການຄຸ້ມຄອງຮ້ານອາຫານ,ຮ້ານກີນດື່ມ,ຮ້ານບັນເທີງ ແລະ ຄາຣາໂອເກະ,ລະບຽບການຄຸ້ມຄອງສາມະຄົມທຸລະກິດທ່ອງທ່ຽວ,ລະບຽບການຄຸ້ມຄອງພະນັກງານນໍາທ່ຽວ,ມາດຕະຖານພະນັກ ງານນໍາທ່ຽວ,ລະບຽບການຄຸ້ມຄອງການຍ່າງປ່າ,ການລ່ອງເຮືອ ແລະ ອື່ນໆ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ການຄຸ້ມຄອງການບໍລິການຮ້ານອາຫານ,ຮ້ານກີນດື່ມ ແລະ ຮ້ານບັນເທີງຍັງບໍ່ທັນໄດ້ມາດຖານ,ລະດັບຄູນນະພາບເປັນຕົ້ນແມ່ນມົນລະພິດທາງດ້ານສຽງ,ລົບກວນສັງຄົມອ້ອມຂ້າງຍ້ອນຫຼາຍສາເຫດເຊັ່ນວ່າ: ການອອກແບບອາຄານບໍ່ໄດ້ມາດຖານ,ບໍ່ຖືກຕ້ອງຕາມປະເພດທຸລະກິດ, ເປີດສຽງເພັງດັງເກີນກໍານົດ, ສະຖານທີ່ບໍ່ເໝາະສົມ, ບໍລິການກາຍໂມງ ແລະ ອື່ນໆ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປືກສາຫາລືເພື່ອຊອກຫາວິທີແກ້ໄຂບັນຫາຫາງສຽງຈາກສັງຄົມກ່ຽວກັບວຽກງານຄຸ້ມຄອງການບໍລິການດ້ານຕ່າງໆ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລະ ສາມາດສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງຫຼວງນໍ້າທາໃຫ້ຫຼາຍຂື້ນ.

ຂໍ້ມູນຈາກ: MediLaos