ຜົນດີຂອງການຮຽນຮູ້ພາສາອັງກິດ

119

ໃນຍຸກທີ່ໂລກເຮົາເປີດກວ້າງທາງດ້ານການຕິດຕໍ່ສື່ສານຫຼາຍຍິ່ງຂຶ້ນ ຍຸກທີ່ທຸກຢ່າງໄດ້ເຊື່ອມຕໍ່ເຂົ້າກັນໄດ້ງ່າຍ ຈຶ່ງເຮັດໃຫ້ຂອບເຂດການສື່ສານຂ້າມຊາດເປັນໄປໄດ້ງ່າຍ ແລະ ວ່ອງໄວຍິ່ງຂຶ້ນ, ແນ່ນອນວ່າພາສາສື່ກາງທີ່ຄົນທົ່ວໂລກໃຊ້ສື່ສານກັນນັ້ນກໍຄືພາສາອັງກິດ. ດັ່ງນັ້ນ, ເຮົາຈະເຫັນໄດ້ວ່າການສື່ສານດ້ວຍພາສາອັງກິດນັ້ນຍ່ອມມີຄວາມສຳຄັນ ແລະ ເຂົ້າມາມີບົດບາດຍິ່ງຂຶ້ນໃນສັງຄົມລາວເຮົາ.

ເພື່ອໃຫ້ງ່າຍຕໍ່ການໃຊ້ຊີວິດ ແລະ ເປັນການເປີດໂອກາດໃຫ້ເດັກນ້ອຍໄດ້ມີອະນາຄົດທີ່ກວ້າງໄກຫຼາຍຍິ່ງຂຶ້ນ ພາສາທີ 2 ຈຶ່ງເປັນສິ່ງຈຳເປັນທີ່ຜູ້ປົກຄອງຄວນໃຫ້ຄວາມໃສ່ໃຈ ແລະ ແນ່ນອນວ່າການຮຽນພາສາອັງກິດ ນັ້ນຍ່ອມສົ່ງຜົນດີຫຼາຍປະການ.

ເຮົາມາເບິ່ງນຳກັນວ່າຂໍ້ດີຂອງການຮຽນພາສາອັງກິດ ເປັນພາສາທີ 2 ມີຫຍັງແດ່?.

1 ສົ່ງຜົນດີໃນດ້ານການໄດ້ຮັບໂອກາດທີ່ດີກວ່າ: ການຮຽນຮູ້ພາສາທີ 2 ຈະຊ່ວຍເປີດກວ້າງທາງດ້ານໂອກາດໄດ້ຫຼາຍກວ່າ ບໍ່ວ່າຈະເປັນເລື່ອງການສຶກສາ, ການເຮັດວຽກ ແລະ ອື່ນໆ ເຊິ່ງທັງໝົດນີ້ຈະສົ່ງຜົນຕໍ່ສະພາບເສດຖະກິດຂອງປະເທດນຳອີກ ຖ້າຫາກປະຊາກອນລາວເວົ້າພາສາທີ 2 ໄດ້ກໍຈະເຮັດໃຫ້ທຸລະກິດທຸກພາກສ່ວນສາມາດດຳເນີນການ ແລະ ພັດທະນາໄປໄດ້ກ້າວໄກຍິ່ງຂຶ້ນ.

2 ພັດທະນາການດ້ານພາສາດີ ກວ່າ: ເດັກທີ່ສາມາດເວົ້າໄດ້ຫຼາຍພາສາຈະມີພັດທະນາການທີ່ດີກວ່າ ເພາະໄດ້ມີການຝຶກເວົ້າ, ຝຶກການໃຊ້ຫຼັກໄວຍາກອນ, ມີຄັງຄຳສັບທີ່ຫຼາຍກວ່າ ຈຶ່ງເຮັດໃຫ້ມີການພັດທະນາດ້ານພາສາໄດ້ຫຼາຍກວ່າເດັກນ້ອຍທົ່ວໄປ.

3 ມີຄວາມຄິດສ້າງສັນ: ການທີ່ສາມາດເວົ້າໄດ້ຫຼາຍພາສາເຮັດໃຫ້ສະໝອງໄດ້ຝຶກຂະບວນການໄຈ້ແຍກ ແລະ ຝຶກການຄິດບວກຢູ່ຕະຫຼອດເວລາ ເພາະການສັບປ່ຽນພາສາຈະຊ່ວຍໃຫ້ສະໝອງໄດ້ຝຶກຝົນໄຈ້ແຍກຄຳສັບ ແລະ ຫຼັກການໃຊ້ພາສາໃນແຕ່ລະພາສາ. ນອກຈາກນີ້, ຍັງຖືກປະຕິເສດຄວາມສົນໃຈໄດ້ຍາກ ແລະ ມີສະມາທິກວ່າເດັກທີ່ສາເວົ້າໄດ້ພຽງພາສາດຽວ.

4 ມີທັກສະການເຂົ້າສັງຄົມທີ່ດີ: ເດັກທີ່ມີສາມາດເວົ້າໄດ້ຫຼາຍພາສາຈະຕ້ອງຜ່ານການຝຶກຝົນທັງທິດສະດີ ແລະ ພາກປະຕິບັດຕົວຈິງ ເຮັດໃຫ້ໄດ້ຝຶກຝົນທັງຫຼັກການໃຊ້ພາສາທີ່ຖືກຕ້ອງ ແລະ ການເວົ້າກັບບຸກຄົນອື່ນ, ການໄດ້ຝຶກເວົ້າກັບຄົນອື່ນນັ້ນກໍເປັນການຝຶກຝົນການເຂົ້າສັງຄົມເຊັ່ນດຽວກັນ. ດັ່ງນັ້ນ, ເດັກທີ່ເວົ້າໄດ້ຫຼາຍພາສາຈຶ່ງມີທ່າອ່ຽງທີ່ຈະເປັນຄົນທີ່ເຂົ້າກັບຄົນອື່ນໄດ້ງ່າຍ ແລະ ມີທັກສະສັງຄົມທີ່ດີ.

ໃນຍຸກນີ້, ການຮຽນຮູ້ພາສາອັງກິດ ກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ ເພາະໂຮງຮຽນສອນພາສາອັງກິດມີຫຼາກຫຼາຍ ລວມທັງໂຮງຮຽນພາສາອັງກິດອອນລາຍ ກໍເປັນທີ່ນິຍົມຫຼາຍໃນຍຸກນີ້, ການຮຽນພາສາອັງກິດອອນລາຍນັ້ນມີຂໍ້ດີ ຄື: ເດັກນ້ອຍບໍ່ຕ້ອງມານັ່ງຮຽນຫຼັກສູດຊ້ຳໆທີ່ຮຽນແລ້ວບໍ່ໄດ້ຜົນ ອີກຢ່າງການຮຽນພາສາອັງກິດອອນລາຍ ຍັງສາມາດຮຽນໄດ້ທຸກທີ່ທຸກເວລາ ແລະ ສາມາດຈັດສັນເວລາໄດ້ດ້ວຍຕົວເອງ. ນອກຈາກນີ້, ການຮຽນພາສາອັງກິດອອນລາຍ ຍັງມີຄວາມຍືດຍຸ່ນຫຼາຍກວ່າທັງເລື່ອງຄວາມສະໜຸກສະໜານລະ ຫວ່າງຮຽນອີກດ້ວຍ.

ສຳລັບຜູ້ປົກຄອງທີ່ຢາກສົ່ງເສີມໃຫ້ເດັກນ້ອຍໄດ້ຮຽນຮູ້ພາສາອັງກິດ ເປັນພາສາທີ 2 ກໍບໍ່ເປັນເລື່ອງຍາກອີກຕໍ່ໄປ ເພາະປັດຈຸບັນນີ້ມີຫຼາກຫຼາຍທາງເລືອກ. ສະນັ້ນ, ກໍຄວນເລືອກໃຫ້ເໝາະສົມກັບຄວາມຕ້ອງການ ແລະ ຄວາມສົນໃຈຂອງເດັກໆ ຮັບຮອງວ່າເດັກໆຈະມ່ວນໄປກັບການຮຽນຮູ້ຢ່າງແນ່ນອນ.

ຂໍ້ມູນຈາກ: wegointer; ຮຽບຮຽງໂດຍ: ແກ້ວ