ແພດເຕືອນ 3 ສານເຄມີທາງການກະເສດທີ່ອັນຕະລາຍຕໍ່ສຸຂະພາບ

118

ນັກວິຊາການໄດ້ກ່າວເຖິງອັນຕະລາຍຈາກສານເຄມີທາງການກະເສດ ທັ້ງສານທີ່ໃຊ້ສຳລັບຂ້າແມງໄມ້, ຂ້າຫຍ້າ, ກຳຈັດເຊື້ອລາ ແລະອື່ນໆ ລວມທັ້ງສານຂ້າໜູ ສານເຫຼົ່ານີ້ມີປະໂຫຍດໃນການປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຕໍ່ພືດທີ່ຊາວກະສິກອນ ເຮັດໃຫ້ເພີ່ມຜົນຜະລິດ ແລະ ເພີ່ມລາຍໄດ້.

ແຕ່ຫາກໃຊ້ບໍ່ລະມັດລະວັງ ອາດມີຜົນກະທົບຕໍ່ສຸຂະພາບຂອງຊາວກະສິກອນ ເຮັດໃຫ້ເກີດການເຈັບເປັນຢ່າງຮຸນແຮງ ເຊັ່ນ: ຜື່ນຄັນ, ຜື່ນແດງ, ປວດຫົວ, ມຶນງົງ, ແສບຕາ, ນ້ຳຕາໄຫລ, ອ່ອນເພຍ, ປວດຮາກ ແລະ ບາງຄົນອາດຮຸນແຮງເຖິງຂັ້ນເສຍຊີວິດ.

ສ່ວນອາການເຈັບເປັນຈາກສານເຄມີກຳຈັດສັດຕູພືດໃນໄລຍະຍາວ ໄດ້ແກ່ ການເກີດໂລກມະເຮັງ ແລະ ໂລກທາງລະບົບປະສາດ.

3 ສານເຄມີທາງການກະເສດທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ.

ພາຣາຄວອດ (Paraquat)

ພາຣາຄວອດເປັນສານທີ່ມີພິດສູງ ບໍ່ມີຢາຕ້ານພິດ ໄດ້ມີການຍົກເລີກການໃຊ້ໃນຫຼາຍປະເທດທົ່ວໂລກ ຊຶ່ງພິດເຮັດໃຫ້ລະຄາຍເຄືອງຕາ ຫາກຜິວໜັງມີບາດແຜສານເຄມີກໍ່ຈະຊຶມເຂົ້າສູ່ຮ່າງກາຍຢ່າງໄວວາເຮັດໃຫ້ສານເຄມີເຂົ້າໄປກັດກິນບາດແຜ ແລະມີຜົນໃນໄລຍະຍາວຕໍ່ລະບົບປະສາດທີ່ເຮັດໃຫ້ເກີດໂລກພາກກິນສັນ(Parkinson)

ຄໍໄພຣິຟອສ (Chlorpyrifos)

ງານວິໄຈໃນຕ່າງປະເທດ ກວດພົບວ່າມີຜົນຕໍ່ຄວາມຜິດປົກກະຕິດ້ານພັດທະນາການທາງສະໝອງຂອງເດັກນ້ອຍທີ່ແມ່ໄດ້ຮັບສານລະຫວ່າງຖືພາ ເຮັດໃຫ້ເດັກນ້ອຍພັດທະນາຊ້າ ຄວາມຈຳສັ້ນ IQ ຕ່ຳ ສົ່ງຜົນຕໍ່ລະບົບໄທຣອຍກະຕຸ້ນການຈະເລີນເຕີບໂຕຂອງເຊວມະເຮັງລຳໄສ້.

ໄກໂຟເຊັດ (Glyphosate)

ສະຖາບັນວິໄຈມະເຮັງລະຫວ່າງປະເທດ ພາຍໃຕ້ອົງການອານະໄມໂລກ ກຳໜົດໃຫ້ເປັນສານທີ່ຈະເຮັດໃຫ້ເກີດມະເຮັງ ເປັນສານທີ່ລົບກວນການກະຕຸ້ນການຈະເລີນເຕີບໂຕຂອງເຊວມະເຮັງເຕົ້ານົມທີ່ອາໄສຮໍໂມນເອສໂຕເຈນ ກໍ່ໃຫ້ເກີດໂລກໄຕຊໍາເຮື້ອ ແລະມີຄວາມສຳພັນກັບການເກີດໂລກຫຼາຍຊະນິດເພີ່ມຂຶ້ນ ເຊັ່ນ ເບົາຫວານ ໂລກຕຸ້ຍ ອັນໄຊເມີ ລວມທັງການຕົກຄ້າງໃນເດັກນ້ອຍແລກເກີດ ແລະ ແມ່.

ວິທີໃຊ້ສານເຄມີທາງການກະເສດ

ສານເຄມີບໍ່ວ່າຈະເປັນຊະນິດໃດໆ ກໍສາມາດກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍທັ້ງແບບຮຸນແຮງ ແລະ ຊຳເຮື້ອໄດ້ ປະຊາຊົນຈຶ່ງບໍ່ຄວນໃຊ້ ຫຼື ສຳຜັດສານເຄມີຕ່າງໆ ແລະ ຄວນປ້ອງກັນຕົນເອງກ່ອນທີ່ຈະເຮັດໃຫ້ເຈັບເປັນ ແຕ່ຫາກຈຳເປັນຕ້ອງໃຊ້ສານເຄມີກໍ່ຂໍໃຫ້ລະມັດລະວັງ ສຳຄັນຄືຕ້ອງປະກອບຊຸດເຄື່ອງແບບ ຜ້າອັດປາກອັດດັງໃຫ້ດີ ຈະສາມາດຊ່ວຍໄດ້ລະດັບໜື່ງແຕ່ຈະໃຫ້ດີແທ້ບໍ່ຄວນໃຊ້ເລີຍ.