ຊົມເຊີຍ! ທະນາຄານຊາຄອມແບັງລາວ ມອບເຄື່ອງໃຫ້ສູນປິ່ນປົວສຸຂະພາບຕາທົ່ງປົ່ງ

78

ໃນຕອນເຊົ້າ ວັນທີ 7 ມັງກອນ 2020 ທະນາຄານຊາຄອມແບັງລາວ ໃຈດີມອບທຶນການສຶກສາ, ຄ່າອາຫານ ລວມທັງຊຸດຄອມພິວເຕີ ລວມ ພ້ອມອຸປະກອນການສຶກສາໃຫ້ແກ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລວມມູນຄ່າທັງຫມົດ 22 ລ້ານກີບ.

ມອບເຄື່ອງ

ໃຫ້ກຽດມອບໂດຍທ່ານ ຟາມ ກວງ ຟູ ອຳນວຍການໃຫຍ່ທະນາຄານຊາຄອມແບັງລາວ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍທ່ານ ປອ. ສີເພັດທະວົງ ສີສະເຫລີມສັກ ອຳນວຍການ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.