ວາງສີລາລືກໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟ ລາວ – ຈີນ

219

ໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟ ລາວ – ຈີນ ໄດ້ມີພິທີວາງສີລາລືກໃນວັນທີ 30 ທັນວາ 2019 ທີ່ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ Jiang Zaidong ເອກອັກຄະລັດຖະທູດຈີນ ປະຈຳລາວ, ທ່ານ Chen Yunpeng ຮອງປະທານ ບໍລິສັດ China Southern Power Grid ຈຳກັດ ( CSG ), ທ່ານ ບຸນອູ້ມ ສີວັນເພັງ ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ Ding Xingzhong ຫົວໜ້າພະແນກພະລັງງານໄຟຟ້າແຂວງຢູນນານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟ ລາວ – ຈີນ ປະກອບມີ 20 ວົງຈອນຂອງສາຍສົ່ງ 115 ກິໂລໂວນ ທີ່ມີຄວາມຍາວທັງໝົດ 268 ກິໂລແມັດ ແລະ ຂະຫຍາຍ 11 ສາຍໃນ 10 ສະຖານີ ເພື່ອສະໜອງພະລັງງານຈາກຕາຂ່າຍໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ ໄປເປັນ 10 ເສົາຍ່ອຍຂອງທາງລົດໄຟ

ເຊິ່ງແລວສາຍສົ່ງໄດ້ຜ່ານຢູ່ 5 ແຂວງ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂຄງການຈະໄດ້ເລີ່ມກໍ່ສ້າງພາຍໃນເດືອນທັນວາ 2019 ແລະ ຈະໃຫ້ສໍາເລັດໃນເດືອນມີນາ 2021.

ໂຄງການດັ່ງກ່າວຈະເປັນໂຄງການສາຍສົ່ງໄຟຟ້າທຳອິດທີ່ລົງທຶນໃນຮູບແບບ BoT ຢູ່ ສປປ ລາວ ໃນການຮັບປະກັນການສະໜອງໄຟໃຫ້ລົດໄຟ ລາວ – ຈີນ ທີ່ຈະສາມາດແລ່ນລົດໄດ້ຕາມເປົ້າໝາຍ ແລະ ເປັນໂຄງການໜຶ່ງທີ່ຊຸຸກຍູ້ການພັດທະນາຄູ່ຮ່ວມ ລະຫວ່າງ ສປປ ລາວ ກັບ ສປ ຈີນ ເປັນໂຄງການ “ ໜຶ່ງແລວທາງໜຶ່ງເສັ້ນທາງ ” ໃນການເຊື່ອມໂຍງພື້ນຖານໂຄງລ່າງກັບບັນດາປະເທດໃນພາກພື້ນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືປະຊາຊົນລາວໃຫ້ມີຊີວິດທີ່ດີຂຶ້ນເທື່ອລະກ້າວ.