ພະຍາດລິດສີດວງອັນຕະລາຍເຖິງຊີວິດຖ້າຍັງຖືເບົາ

157

ອາການສະແດງວ່າເປັນລິດສີດວງທະວານມີຄື:

1 ອາການທີ່ພົບເລື້ອຍໆຄືມີເລືອດສີແດງສົດໄຫຼອອກມາພາຍຫຼັງຖ່າຍໜັກ.

2 ມີກ້ອນຊີ້ນປົ່ງອອກມາຈາກທະວານໃນເວລາຖ່າຍໜັກ.

3 ຫຼື ບໍ່ສະບາຍບໍລິເວນອ້ອມຮອບທະວານ.

4 ອາການເຈັບປວດບໍລິເວນທະວານໜັກໂດຍສະເພາະເວລາຖ່າຍໜັກ.

5 ກ້ອນຊີ້ນບໍລິເວນທະວານສາມາດສຳຜັດພົບດ້ວຍມື.

ພະຍາດລິດສີດວງທະວານມີໄລຍະໃດແນ່?

ໄລຍະທີ 1 ບໍ່ມີຫົວໂຜ່ອອກ: ໂດຍເບິ່ງຈາກພາຍນອກບໍ່ເຫັນ, ມີເລືອດສົດໆອອກມາພາຍຫຼັງການຖ່າຍໜັກ ແລະ ບໍ່ທັນມີອາການເຈັບປວດ.

ໄລຍະທີ 2 ຫົວໂຜ່ອອກມາພາຍນອກ: ໃນເວລາຂັບຖ່າຍ ແລະ ຫົດກັບເຂົ້າໄປໄດ້ເອງຫຼັງການຖ່າຍຈະມີອາການເຈັບບໍລິເວນຮູທະວານ ລວມທັງໃນເວລາຖ່າຍ ແລະ ຫຼັງການຖ່າຍ.

ໄລຍະທີ 3 ຫົວໂຜ່ອອກມາ: ໃນເວລາເບັ່ງຖ່າຍ, ເວລາໄອ, ຈາມ ຫຼື ຍົກເຄື່ອງໜັກ ໂດຍຫົວຈະບໍ່ກັບເຂົ້າໄປເອງຕ້ອງໃຊ້ນິ້ວມືດັນເຂົ້າຍິ່ງເຈັບຫຼາຍຂຶ້ນ ທັງໃນເວລາຖ່າຍ ແລະ ຫຼັງການຖ່າຍ.

ໄລຍະທີ 4 ( ໄລຍະສຸດທ້າຍ ) ຫົວໂຜ່ອອກມາພາຍນອກຕະຫຼອດເວລາ: ໂດຍບໍ່ສາມາດດັນກັບເຂົ້າໄປໄດ້ຄົນເຈັບຈະເຈັບປວດຫຼາຍທີ່ສຸດ.

ພະຍາດລິດສີດວງທະວານຖ້າບໍ່ໄດ້ຮັບການປິ່ນປົວຈະກາຍເປັນອັນຕະລາຍເຖິງຊີວິດໄດ້ ແຕ່ຫຼາຍໆຄົນຍັງຖືເປັນເລື່ອງທີ່ໜ້າອາຍ ພວກເຮົາຢາກບອກທ່ານວ່າມັນບໍ່ແມ່ນເລື່ອງທີ່ໜ້າອາຍເລີຍ ເພາະຖ້າທ່ານເປັນໃຫ້ຮີບຮ້ອນໄປຫາໝໍເພື່ອໃຫ້ໝໍກວດກາ ແລະ ປິ່ນປົວໃຫ້ຖືກວິທີໂດຍທັນເວລາ.

ຂໍ້ມູນຈາກ: thairath.co.th; ຮຽບຮຽງ: ນຸ້ມນິ້ມ