ຊິກກອຍ ລາວແອັກຊັນ ຜູ້ສານຕໍ່ ມວຍລາຍລາວສູ່ວົງການບັນເທິງ-ຮູບເງົາ

230

ເປັນອີກນັກກີລາລາວທີ່ມີຫຼາກຫຼາຍບົດບາດສໍາລັບ ພິລາວັນ ຈັນທະກາລີ ( ຊິກກອຍ ລາວແອັກຊັນ) ນອກຈາກຈະເປັນນັກກີລາທີ່ປະສົບຜົນສໍາເລັດມາຫຼາກຫຼາຍປະເພດກີລາ ໂດຍສະເພາະມວຍລາຍລາວ ແລ້ວຍັງນໍາທີມ ລາວແອັກຊັນສະຕາ( Lao Action Star ) ກັບຄວາມສາມາດທີ່ມີ ສ້າງຮູບເງົາທີ່ສະແດງເຖິງ ແມ່ໄມ້ມວຍລາວ ນໍາອີກ ເພື່ອເປັນການຮັກສາ ແລະ ສານຕໍ່ມວຍລາຍລາວ ສູ່ຮຸ່ນລູກຮຸ່ນຫຼານຕໍ່ໄປ.

ຊິກກອຍ ເລົ່າວ່າ: ເທົ່າທີ່ຈື່ໄດ້ປີ 1999 ເລີ່ມມີຄວາມຮັກມັກໃນດ້ານສິລະປະປ້ອງກັນຕົວ ແລະ ໄດ້ຝຶກຊ້ອມດ້ວຍຕົນເອງ ໂດຍເອົາຮູບເງົາປະເທດຈີນມາເປັນຕົ້ນແບບ ຈົນຮອດປີ 2002 (ອາຍຸໄດ້14ປີ) ໄດ້ຕໍ່ສູ້ເທິງເວທີມວຍລາວຄັ້ງທໍາອິດ ຕີກັບນັກມວຍຄ້າຍດັງຂອງແຂວງອັດຕະປື ຜົນອອກມາແມ່ນສະເໝີກັນ ຈາກນັ້ນກໍເປັນທີ່ໜ້າຈັບຕາຂອງຜູ້ໃຫຍ່ໃນວົງການ ແລ້ວໄດ້ເຂົ້າຝຶກຊ້ອມນຳຄ້າຍແຂວງອັດຕະປື ຈົນມາເຖິງປີ 2007 ໄດ້ມາສຶກສາຕໍ່ ທີ່ພາກວິຊາສ້າງຄູພະລະສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ຈົບການສຶກສາສົກຮຽນ 2009-2010. ໄລຍະການສຶກສາ ໄດ້ເປັນນັກກີລາເທຄວັນໂດຂອງ ມະຫາວິທະຍາໄລແຫ່ງຊາດ ເຂົ້າແຂ່ງຂັນຂັນລະດັບສະໂມສອນ ແລະ ກີລາແຫ່ງຊາດ.

ຈົນມາເຖິງປີ 2009 ໄດ້ເປັນນັກກີລາກະໂດດນໍ້າທີມຊາດລາວ ເຂົ້າຮ່ວມແຂ່ງຂັນຊີເກມ 2009 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ເຂົ້າຮ່ວມແຂ່ງຂັນ ເອຊຽນເກມ 2010 ທີ່ ສປ ຈີນ, ຫຼັງຈາກນັ້ນ ທ້າຍປີ 2010 ຊິກກອຍ ໄດ້ມາຫຼິ້ນກີລາ ໂວວິນາມ ແລະເປັນຜູ້ຊ່ວຍຄູຝຶກໄປແຂ່ງຂັນກີລາມະຫາວິທະຍາໄລອາຊຽນ 2018 ຫຼ້າສຸດຄວ້າ 1 ຫຼຽນທອງ ໃນລາຍການຊີງແຊັມໂລກ ທີ່ກໍາປູເຈຍ ເມື່ອເດືອນທັນວາ 2019 ທີ່ຜ່ານມາ.

ສໍາລັບ ຜົນງານທີ່ຜ່ານມາ ຊິກກອຍ ສາມາດຍາດໄດ້ລາງວັນລະດັບໂລກ, ລະດັບອາຊີ, ລະດັບຊີເກມມາຫຼາກຫຼາຍລາຍການແລ້ວ ໂດຍໄດ້ຈາກກີລາໂວວິນາມ1ຫຼຽນຄຳລາຍການຊິງແຊັມໂລກ ໃນປີ 2011ທີ່ປະເທດຫວຽດນາມ, 1 ຫຼຽນຄຳ ລາຍການອາຊຽນບີດ 2016 ທີ່ປະເທດຫວຽດນາມ ແລະ ຫຼຽນຄຳຫຼັງສຸດ ໄດ້ຈາກງານຊີງແຊັມອາຊຽນ 2017ທີ່ປະເທດກຳປູເຈຍ, ສ່ວນລາຍການສໍາຄັນອື່ນສາມາດໄດ້ 1ຫຼຽນທອງໃນ ຊີເກມ 2013 ທີ່ປະເທດມຽນມາ.

ສ່ວນມວຍລາຍລາວ ຍາດໄດ້ 2 ຫຼຽນຄໍາ ໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ແລະ ເຂົ້າຮ່ວມແຂ່ງຂັນສິລະປະປ້ອງກັນຕົວລະດັບໂລກ (Womau Martial Arts) ເຊິ່ງໄດ້ນຳໃຊ້ມວຍລາຍລາວ ໄປສະແດງໃນງານທີ່ ສເກົາຫຼີສາມາດຍາດໄດ້ລາງວັນອັນດັບທີ 3 ໃນປີ 2018.

ນອກນັ້ນ, ຊິກກອຍ ຍັງໄດ້ນຳພານັກກີລາ, ນັກຮຽນໄປສະແດງມວຍລາຍລາວໃນງານສຳຄັນຕ່າງໆຫຼາຍຄັ້ງ ທັງພາຍໃນ ແລະ ຕ່າງປະເທດ ລວມທັງຍັງໄດ້ຄວາມສາມາດດ້ານມວຍລາຍລາວ ໄປສະແດງ ແລະ ສ້າງຄຣິບຮູບເງົາສັ້ນມາແລ້ວຫຼາຍໆເລື່ອງໄດ້ສະແດງຮູບເງົາໃຫຍ່ໆ ທັງພາຍໃນ ແລະ ຕ່າງປະເທດຄື: ນະຄອນດວງຈັນ, 45 ວັນ, ພາລະກິດສຸດທ້າຍ(ໜັງມົ້ງອາເມລິກາ), ແວມຟາຍ(ໜັງມົ້ງອາເມລິກາ), ເດີມພັນມື້ອື່ນ (ໜັງມົ້ງອາເມລິກາ) ແລະ ຫຼ້າສຸດກໍາລັງຈະຖ່າຍທໍາເລື່ອງ “ເງົາ ”ຈະອອກອາກາດໃນໄວໆນີ້.

ສ່ວນຜົນງານດ້ານສ້າງຮູບເງົາສັ້ນ ສົ່ງເຂົ້າປະກວດແຂ່ງຂັນ ສາມາດຍາດໄດ້ຫຼາຍລາງວັນດັ່ງນີ້: ເລື່ອງ ທາງເລືອກ ໄດ້ລາງວັນຕັດຕໍ່ດີເດັ່ນ ໃນມະຫະກຳຮູບເງົາສັ້ນວຽງຈັນນານ 2016, ເລື່ອງ ສູ້ເພື່ອເຈົ້າໄດ້ລາງວັນຜູ້ກຳກັບດີເດັ່ນ ໃນມະຫະກຳຮູບເງົາສັ້ນວຽງຈັນນານ 2018, ເລື່ອງ ມວຍລາຍລາວ ໄດ້ລາງວັນທີ 3 ຈັດຂຶ້ນໂດຍກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປີ 2018, ເລື່ອງ ສັງຄົມກົມໜ້າ ໄດ້ລາງວັນທີ 2 ຈັດຂຶ້ນໂດຍກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປີ 2018 ແລະ ຫຼ້າສຸດເລື່ອງ ກັງຟູລ້ານຊ້າງ ໄດ້ລາງວັນທີ 3 ຈັດຂຶ້ນໂດຍວິທະຍຸ CRI ແລະ ກົມຮູບເງົາ ປີ 2019

ພິລາວັນ ( ຊິກກອຍ ) ເກີດວັນທີ 8 ພຶດສະພາ 1988 ທີ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ເຊິ່ງປັດຈຸບັນຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຮອງຫົວໜ້າໜ່ວຍວິຊາ ກາຍະກໍາ ແລະ ເປັນອາຈານສອນ ຢູ່ພາກວິຊາສ້າງຄູພະລະສຶກສາ ຄະນະວິທະຍາສາດການກີລາ-ກາຍະກໍາ ມະຫາວິທະຍາໄລແຫ່ງຊາດລາວ ນັບຕັ້ງແຕ່ເຂົ້າເຮັດວຽກໃນປີ 2010.

(ຄໍາສອນ; ຮູບຈາກ: Lao Action Star)