ຮອດລະດູການ! ຜູ້ປະກອບການເລີ່ມເກັບຊື້ມັນຕົ້ນແຫ້ງໃນລາຄາ 1.350ກີບຕໍ່ກິໂລ

218

ບໍລິສັດ ສາຍສະໄໝ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປີດລະດູການເກັບຊື້ມັນຕົ້ນແຫ້ງ ສົ່ງອອກຕ່າງປະເທດ, ເຊິ່ງເກັບຊື້ຈາກປະຊາຊົນໃນລາຄາ 1.350 ກີບຕໍ່ກິໂລ, ຄາດເປົ້າໝາຍສົ່ງອອກປີນີ້ໃຫ້ໄດ້ 1ແສນໂຕນ.

ໃນຕອນບ່າຍ ວັນທີ 3 ມັງກອນ 2020 ຢູ່ທີ່ບໍລິສັດ ສາຍສະໄໝ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ບ້ານ ຫຼັກ 35 ເມືອງຈຳພອນ ແຂວງສະຫວັນນະເຂດ ເປີດລະດູການເກັບຊື້ມັນຕົ້ນແຫ້ງ ສົ່ງອອກຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງຈໍາພອນ ພ້ອມມີບັນດາຫ້ອງການ ຂະແໜງປູກຝັງເມືອງເຂົ້າຮ່ວມນໍາ.

ທ່ານ ສີວິໄຊ ເກດແກ້ວສີວິໄລ ຜູ້ອໍານວຍການ ບໍລິສັດ ສາຍສະໄໝ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ລາຍງານຕໍ່ນັກຂ່າວຂອງພວກເຮົາວ່າ: ບໍລິສັດສາຍສະໄໝເລີ່ມສ້າງຕັ້ງຂຶ້ນແຕ່ປີ 2012, ສໍາລັບປີນີ້ທາງບໍລິສັດສາຍສະໄໝເກັບຊື້ມັນຕົ້ນເປັນເທື່ອທໍາອິດ ພ້ອມນີ້ທາງບໍລິສັດ ແມ່ນໄດ້ສົ່ງເສີ່ມ ຢູ່ 9 ຕົວເມືອງຄື: ເມືອງຈຳພອນ, ໄຊພູທອງ, ໄຊບູລີ, ສອງຄອນ, ອຸທຸມພອນ, ອາດສະພັງທອງ, ອາດສະພອນ, ຊົນນະບູລີ ແລະ ເມືອງທ່າປາງທອງ.

ສ່ວນການເກັບຊື້ມັນຕົ້ນມີຢູ່ 4 ຕົວເມືອງຄື: ເມືອງ ຈໍາພອນ , ໄຊພູທອງ, ໄຊບູລີ ແລະ ເມືອງສອງຄອນ, ເຊິ່ງແຜນການສົ່ງອອກປີນີ້ຄາດວ່າໃຫ້ໄດ້ 1ແສນໂຕນ ໃນນັ້ນທາງບໍລິສັດແມ່ນໄດ້ຊຸກຍູ້ສົ່ງເສີມແນວພັນມັນຕົ້ນ , ສົ່ງເສີມການຕະຫຼາດໃຫ້ປະຊາຊົນແຕ່ລະເມືອງ, ສຳລັບລາຄາຊື້ມັນຕົ້ນແຫ້ງແມ່ນກິໂລລະ 1.350 ກີບ, ຕະຫຼາດສົ່ງອອກແມ່ນ ໄທ ແລະ ຈີນ ໂດຍສະເລ່ຍມູນຄ່າສົ່ງອອກຄັ້ງໜຶ່ງ 1.530.000ບາດ ເທົ່າກັບ 51.000ໂດລາຕໍ່ຖ້ຽວ.

ຂະນະດຽວກັນບໍລິສັດດັ່ງກ່າວຍັງກໍານົດແຜນຕໍ່ໜ້າຄື ຈະໄດ້ຂະຫຍາຍການປູກຕື່ມ ພ້ອມສ້າງສາວງການເກັບມ້ຽນເພື່ອສົ່ງອອກ, ທັງນີ້ໃນການດໍາເນີນທຸລະກິດຜ່ານມາກໍ່ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກເປັນຕົ້ນ ການຂົນສົ່ງທີ່ມັກມີບັນຫາຢູ່ເຂດດ່ານຂົວມິດຕະພາບ, ສຳລັບຄວາມສະດວກກແມ່ນທາງພັກ-ລັດ ກໍ່ຄືເຈົ້າເມືອງໄດ້ເອົາໃຈໃສ່, ຊ່ວຍຕິດຕາມ ລົງຂົນຂວາຍຊຸກຍູ້ໃຫ້ປະຊາຊົນປູກເປັນຈໍານວນຫຼາຍຂຶ້ນ ເນື່ອງຈາກປີນີ້ ພວກເຮົາໄດ້ຖືກຜົນກະທົບຈາກໄພທຳມະຊາດທັງແລ້ງ ແລະ ຖ້ວມ. ທັງນີ້ ທ່ານ ຜູ້ອໍານວຍການບໍລິສັດດັ່ງກ່າວຍັງໄດ້ສະເໜີມາຍັງພັກ-ລັດຖະບານ ໃຫ້ເຂົ້າມາເບິ່ງແຍງເລື່ອງການເກັບຊື້, ເລື່ອງເງິນທຶນກູ້ຢືມທີ່ດອກເບ້ຍຍັງສູງ, ຢາກໃຫ້ມີກໍລະນີພິເສດເລື່ອງສິນຄ້າກະສິກໍາ

ຂະນະດຽວກັນ ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງເມືອງຈຳພອນ ກໍ່ໄດ້ມີຄໍາເຫັນວ່າ: ເພື່ອອໍານວຍຄວາມສະດວກແກ່ບັນດາຜູ້ປະກອບການ, ທາງເມືອງແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ປະສານໃນການຊຸກຍູ້ປະຊາຊົນ ພ້ອມລົງທາບທາມໃຫ້ແຕ່ລະບ້ານທີ່ມີເງື່ອນໄຂ, ສຳລັບເມືອງຈໍາພອນ ແມ່ນໄດ້ເລີ່ມມີການຈັດຕັ້ງກຸ່ມ ແລະ ໃຫ້ທິດຊີ້ນໍາກັບບໍລິສັດສາຍສະໄໝ ໃຫ້ໄປຕັ້ງຈຸດເກັບຊື້ອີກຈຸດໜຶ່ງຢູ່ ບ້ານບໍ່ຫີນກາວ ເຊິ່ງເປັນຈຸດໃຈກາງ ແລະ ພົວພັນກັບຫຼາຍເມືອງ ເພື່ອສົ່ງເສີມໃຫ້ປະຊາຊົນເຂດເມືອງໃກ້ຄຽງໄດ້ປູກມັນຕົ້ນໃຫ້ຫຼາຍຂຶ້ນ, ພ້ອມດຽວກັນນັ້ນກ່ຽວກັບເລື່ອງທຶນຮອນທີ່ຍັງບໍ່ພຽງພໍ ທາງການນຳພັກລັດກໍ່ໄດ້ປະສານງານໃຫ້ທະນາຄານພົງສະຫວັນເຂົ້າມາຊ່ວຍເຫຼືອ, ທັງນີ້ທັງນັ້ນ ກໍ່ໄດ້ປະສານກັບປະຊາຊົນກຸ່ມຜູ້ຜະລິດ ແລະ ບໍລິສັດເພື່ອຂະຫຍາຍບ່ອນເກັບຊື້ຕື່ມອີກ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ