ການສ້າງສາລາໂຮງທຳວັດສີບຸນເຮືອງ ບ້ານທ່າຄັນຊຸມຊົວ ໃກ້ຈະສຳເລັດ

179
????????????????????????????????????

ໃນວັນທີ 2 ມັງກອນ 2020 ນີ້ ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ແລະ ທ່ານ ບຸນປອນ ອິນທະສອນ ຫົວໜ້າຂະແໜງວິຈິດສິນ ແລະ ມໍລະດົກ ໄດ້ລົງກວດກາ, ຕິດຕາມຄວາມຄືບໜ້າຂອງວຽກງານການຄວັດແກະສະຫຼັກເສົາສາລາໂຮງທຳວັດສີບຸນເຮືອງ ບ້ານທ່າຄັນຊຸມຊົວ ເມືອງລະຄອນເພັງ ແຂວງສາລະວັນ.

ສາລາໂຮງທຳວັດສີບຸນເຮືອງບ້ານທ່າຄັນຊຸມຊົວ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ລົງມືຈັດຕັ້ງປະຕິບັດ ແຕ່ວັນທີ 10 ເດືອນກັນຍາ 2019 ມາຮອດປັດຈຸບັນນີ້ຂັ້ນຕອນຂອງການແກະສະຫຼັກແມ່ນສຳເລັດ 100% ໃນຈຳນວນ 15 ຕົ້ນ ຍັງແຕ່ຂັ້ນຕອນຂອງການເກັບລະອຽດ ເປັນຕົ້ນແມ່ນຂັ້ນຕອນການຂັດ, ທາສີເສົາທີ່ແກະສະຫຼັກ ແລະ ແຖ່ນພະພຸດທະຮູບ, ສາມາດສະຫຼຸບຕີລາຄາໜ້າວຽກທັງໝົດທີ່ໄດ້ຈັດຕັ້ງປະຕິບັດແມ່ນເທົ່າກັບ 90% ຄາດວ່າຈະໃຫ້ສຳເລັດໃນກາງເດືອນ ຫຼື ທ້າຍເດືອນມັງກອນ 2020 ນີ້.

ລາຍທີ່ຄວັດແກະສະຫຼັກໃນເສົາສ່ວນໃຫຍ່ແມ່ນເປັນຮູບລາຍລາວ ແລະ ຮູບລາຍວິຖີການດໍາລົງຊີວິດຂອງຊາວເມືອງລະຄອນເພັງ ແຂວງສາລະວັນ ໂດຍສະເພາະຮູບລາຍການດຳລົງຊີວິດຂອງຊາວບ້ານທ່າຄັນຊຸມຊົວ.

ນອກຈາກໜ້າວຽກທີ່ກ່າວມາຂ້າງເທິງນັ້ນແລ້ວ ຍັງມີໜ້າວຽກທີ່ບ້ານຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກຕີເພດານ, ວຽກຂັດເສົາທີ່ບໍ່ໄດ້ແກະສະຫຼັກຈຳນວນ 20 ຕົ້ນ, ພະນັກລູກຕິ່ງ, ຂັ້ນໄດ, ນາກ, ລາຍສີໜ້າ, ປ້ານລົມ ແລະ ປ້ານຊາຍຕື່ມອີກ.