ແມ່ມີວິທີຈັດການລູກນ້ອຍໃນເວລາປ້ອນເຂົ້າແນວໃດ?

90

ຖ້າຄວາມເບື່ອອາຫານຂອງລູກເຮັດໃຫ້ຕ້ອງຫຼິ້ນໄປປ້ອນເຂົ້າໄປ ຮອດເວລາແລ້ວທີ່ແມ່ຈະຕ້ອງຢຸດ ແລະ ທຳ ຄວາມເຂົ້າໃຈໃໝ່ວ່າເດັກໄວ 1 – 3 ປີຈະມີອັດຕາການເຕີບໂຕຢ່າງຊ້າໆບໍ່ໄດ້ໃຫຍ່ໄວ, ກິນເກັ່ງຄືກັບໄວ 1 ປີທຳອິດ ຖ້າລູກກິນໜ້ອຍກໍບໍ່ຕ້ອງກັງວົນແຕ່ນໍ້າໜັກລູກຕ້ອງຮັກສາໃຫ້ຢູ່ໃນເກນປົກກະຕິ ແລະ ປັບປ່ຽນການເບິ່ງແຍງລູກເລັກໜ້ອຍ ເພື່ອບໍ່ໃຫ້ສົ່ງຜົນເສຍຕໍ່ນິດໄສການກິນ ແລະ ພັດທະນາການຂອງລູກ.

ການທີ່ລູກບໍ່ຍອມກິນເຂົ້າ, ອົມເຂົ້າ ຫຼື ຢາກຫຼິ້ນຫຼາຍກວ່າ ນັ້ນສະແດງວ່າລູກບໍ່ຮູ້ສຶກຫິວເມື່ອຮອດເວລາອາຫານຄາບຫຼັກ ຫຼື ລູກອາດຄຽດທີ່ຖືກບັງຄັບເລື່ອງກິນຫຼາຍເກີນໄປຈົນລູກຕໍ່ຕ້ານແນວທາງທີ່ແນະນຳ ຄື:

ງົດເຂົ້າໜົມ ຫຼື ອາຫານວ່າງກ່ອນກິນອາຫານ ຫາກິດຈະກຳໃຫ້ລູກຫຼິ້ນເພີນໆໃຫ້ທ້ອງວ່າງກ່ອນກິນອາຫານ ລູກຈະໄດ້ຮູ້ສຶກຫິວເມື່ອເຖິງເວລາກິນອາຫານ.

ເຮັດລາຍການອາຫານທີ່ລູກມັກ ຫຼື ເປີດໂອກາດໃຫ້ລູກຊ່ວຍກຽມອາຫານ ເພື່ອຈູງໃຈໃຫ້ລູກສົນໃຈກິນອາຫານຫຼາຍຂຶ້ນ.

ປັບນິດໄສການກິນໃໝ່ເວລາກິນກໍໃຫ້ລູກມານັ່ງຮ່ວມໂຕະກັບພໍ່ແມ່ບໍ່ຕ້ອງຍ່າງປ້ອນໃຫ້ອິດສະຫຼະລູກຕັກເຂົ້າກິນເອງ ອາດຈະເປື້ອນແດ່ກໍບໍ່ຕ້ອງຮ້າຍລູກ ເມື່ອລູກຕັກເອງໄດ້ກໍຕ້ອງຊົມເຊີຍໃຫ້ກຳລັງໃຈ, ຊວນກັນກິນອາຫານ, ລົມເລື່ອງສະບາຍໆລະຫວ່າງກິນອາຫານກໍຈະຊ່ວຍສ້າງບັນຍາກາດທີ່ຜ່ອນຄາຍໃຫ້ກັບລູກ ແລະ ສ້າງຄວາມຮູ້ສຶກທາງບວກກັບການກິນອາຫານໄດ້.

ເມື່ອປັບປ່ຽນນິດໄສການກິນທີ່ເໝາະສົມຈົນລູກຄຸ້ນເຄີຍແລ້ວ ລູກເອງກໍໄດ້ຮຽນຮູ້ການແບ່ງເວລາກິນ ແລະ ເວລາຫຼິ້ນມີຄວາມສຸກກັບການກິນຫຼາຍຂຶ້ນ, ສົ່ງຜົນຕໍ່ການພັດທະນາທາງຮ່າງກາຍ ແລະ ຈິດໃຈທີ່ສົມບູນຂອງລູກ, ແມ່ຍຸກໃໝ່ຢ່າທໍ້ໃຈທີ່ຈະລ້ຽງລູກ.

ຂໍ້ມູນຈາກ: hi-family club laos

ຮຽບຮຽງ: ນຸ້ມນິ້ມ