ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ກັບ 10 ນັກກີລາລາວ ທີ່ສ້າງຜົນງານໂດດເດັ່ນ ປະຈໍາປີ 2019

187

ອີກບໍ່ເທົ່າໃດຊົ່ວໂມງປີເກົ່າ ຄສ 2019 ກໍຈະຜ່ານໄປ ໄຂອ້າສູ່ປີໃຫມ່ ຄສ 2020. ໃນ 1 ປີວົງການກີລາລາວມີຫຼາຍຄົນທີ່ສ້າງຜົນງານໄດ້ຢ່າງພົ້ນເດັ່ນ ເຊິ່ງມື້ນີ້ທີມຂ່າວກີລາ ໜັງສືພິມເສດຖະກິດ ການຄ້າ ໄດ້ສັງລວມ 10 ຄົນ ທີ່ສ້າງຜົນງານໂດດເດັ່ນດັ່ງນີ້:

1.ສຸກັນ ໄຕປັນຍາວົງ

ນັກກີລາຄິກບ໊ອກຊິ້ງ ສ້າງຊື່ສຽງໃຫ້ກັບຕົນເອງ ແລະ ປະເທດຊາດ ຫຼັງຈາກທີ່ຄວ້າຫຼຽນຄໍາພຽງ 1 ດຽວ ໃຫ້ກັບທັບນັກກີລາລາວ ໃນຊີເກມຄັ້ງທີ 30 ທີ່ປະເທດຟິລິບປິນ.

ສຸກັນ ເກີດໃນວັນທີ 6 ກັນຍາ 1991 ທີ່ບ້ານທ່າເດື່ອເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ກັບຄອບຄົວທີ່ທຸກຍາກ, ພໍ່ແມ່ເປັນກຳມະກອນ-ຊາວນາ ຫາເຊົ້າກິນຄໍ່າ ມີອ້າຍນ້ອງຮ່ວມກັນ 4 ຄົນ.ຕອນອາຍຸ 12 ປີ ສຸກັນ ກ້າວສູ່ການເປັນນັກມວຍກັບຄ້າຍໂນແກັດ ຈົນເຖິງປີ 2009 ແລະ ໄປຮ່ວມຄັດຕົວຕິດທີມຊາດເພື່ອຮ່ວມຊີເກມ ຄັ້ງທີ 25 ທີ່ລາວເປັນເຈົ້າພາບຄັ້ງທຳອິດ ຊຶ່ງກໍໄດ້ຕິດທີມຊາດສົມໃຈຫວັງ ແລະ ສາມາດຄວ້າຫຼຽນຄຳ ໃນປະຫວັດສາດຂອງກີລາລາວ.

ຕໍ່ມາ ສຸກັນ ໄດ້ຫຼຽນຄໍາຈາກກີລາ ໂວວິນາມໃນຊີເກມ 2013 ແລະ ໄດ້ຫຼຽນຄຳກີລາມວຍລາວ ໃນກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 12 ທີ່ສປປ ລາວ, ປັດຈຸບັນ ສຸກັນ ສັງກັດກົມກີລາກະຊວງປ້ອງກັນຄວາມສະຫງົບ ໜ້າທີ່ຮັບຜິດຊອບເປັນທັງຄູຝຶກ ແລະ ນັກກີລາ.

2.ອາຣິຍາ ພູມສະຫວັດ

ນັກກີລາລົດຖີບມື 1 ຂອງທີມຊາດລາວ ເຈົ້າຂອງຫຼຽນຄໍາຊີເກມ 2013 ທີ່ມຽນມາ ຫຼ້າສຸດລົງການແຂ່ງຂັນກິລາລົດຖີບ ໃນຊີເກມ 2019 ປະເພດທາງໄກ ROAD EVENT ໄລຍະທາງ 130 ກິໂລແມັດ ປະເພດຊາຍດ່ຽວ ສາມາດເຂົ້າເສັ້ນໄຊເປັນອັນດັບທີສອງ ດ້ວຍເວລາ 3 ຊົ່ວໂມງ 21 ນາທີ 20 ວິນາທີ ຕາມຫຼັງອັນດັບທີ 1 ນັກກິລາຈາກໄທ ພຽງ 9 ວິນາທີ ຄວ້າຫຼຽນເງິນມາຄອງ, ເຊິ່ງວ່າເປັນອີກນັກກີລາລາວທີ່ດີເດັ່ນແຫ່ງປີເລີຍກໍວ່າໄດ້.

3.ສິດທິເດດ ສັກບ່ຽງ

ນັກກີລາສະນຸກເກີ ຖືວ່າເປັນນັກກີລາລາວດີເດັ່ນແຫ່ງປີໄປເລີຍ ກ່ອນໜ້ານີ້ສ້າງຊື່ສຽງໃຫ້ກັບ ສປປ ລາວ ດ້ວຍການຄວ້າຫຼຽນເງິນ ໃນຊີເກມ 2013 ແລະ ກາຍເປັນຮີໂຣຄວ້າຫຼຽນຄໍາ ໃນຊີເກມ 2017 ຈົນກາຍເປັນທີ່ຮູ້ຈັກຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດໄທ ທີ່ ສິດທິເດດ ລົງແຂ່ງຂັນສາມາດກວາດແຊັມໄດ້ຫຼາຍລາຍການນັບຕັ້ງແຕ່ປີ 2017 – 2019, ສ່ວນຜົນງານໃນຊີເກມ 2019 ສິດທິເດດ ລົງປ້ອງກັນແຊັມກໍສ້າງຜົນງານໂດດເດັ່ນ ແຕ່ມາພາດທ່າໃນໄລຍະທ້າຍໃນຮອບ 4 ຄົນສຸດທ້າຍ ພິກເສຍໃຫ້ນັກກີລາຈາກໄທ ໄປຫວຸດຫວິດ ເຮັດໃຫ້ໄດ້ຫຼຽນທອງໄປຄອງ.

ສໍາລັບ ສິດທິເດດ ເກີດວັນທີ 8 ພະຈິກ 1983 ທີ່ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ເລີ່ມຫຼິ້ນກີລາສະນຸກເກີແຕ່ຕອນອາຍຸ 12 ປີ, ປັດຈຸບັນໃຊ້ຊີວິດຢູ່ປະເທດໄທ ເພື່ອລົງແຂ່ງຂັນໃນລາຍການລີກ ແລະ ລາຍການຕ່າງໆທີ່ປະເທດໄທ ເຊິ່ງສາມາດຄວ້າແຊັມໄດ້ຫຼາຍລາຍການ.

4.ສຸກອາພອນ ວົງຈຽງຄໍາ

ນັກເຕະກອງໜ້າທີມຊາດລາວ ຊຸດໃຫຍ່ ເປັນນັກເຕະຊາວລາວໜຶ່ງດຽວທີ່ຫຼິ້ນໃນລີກສູງສຸດຂອງປະເທດໄທ ຫຼື ໄທລີກ 1 ໃນລະດູການ 2019 ກັບສະໂມສອນ ໄຊນາກ ຮອນບິລ ເຊິ່ງສ້າງຜົນງານໂດດເດັ່ນຍິງປະຕູໃສ່ ບູຣີຣໍາ ຢູໄນເຕັດ ແລະ ເມືອງທອງ ຢູໄນເຕັດ 2 ທີມຊັ້ນນໍາຂອງ ໄທລີກ ໄດ້ໂດຍສະເພາະປະຕູຍິງໃສ່ ເມືອງທອງ ຢູໄນເຕັດ ຊ່ວຍໃຫ້ທີມເອົາຊະນະ 3-0 ໃນລາຍການ ໂຕໂຢຕ້າໄທລີກ 2019 ໃນເດືອນເມສາ 2019 ຄວ້າລາງວັນປະຕູດີເດັ່ນປະຈໍາເດືອນເມສາໄປຄອງ.

ສ່ວນຜົນງານໃນທີມຊາດລາວປີ 2019 ສຸກອາພອນ ກໍຍັງເປັນກໍາລັງຫຼັກຂອງທີມຊາດລາວ ໃນຊຸດຊີເກມ 2019 ທີ່ປະເທດຟິລິບປິນ ຍິງໄດ້ 1 ປະຕູພາທີມຊາດລາວ ລົງສະໜາມ 5 ນັດຊະນະ 1, ສະເໝີ 1 ນັດ ແລະ ເສຍ 3 ນັດຢູ່ອັນດັບ 5 ຂອງກຸ່ມ B.

5.ໄພລັດ ທໍາມະວົງສາ

ເປັນອີກນັກກີລາລາວ ທີ່ມີບົດບາດສູງເປັນທັງຄູຝຶກ ແລະ ນັກກີລາໂວວິນາມ ທີມຊາດລາວ ຫຼ້າສຸດຄວ້າ 1 ຫຼຽນຄໍາ ແລະ 1 ຫຼຽນທອງໃນລາຍການຊີງແຊັມໂລກ ທີ່ປະເທດກໍາປູເຈຍ ລະຫວ່າງວັນທີ 16-22 ທັນວາ ທີ່ຜ່ານມາ. ນອກນັ້ນ ໄພລັດ ຍັງຢຶດມື 1 ຂອງອາຊຽນ ສະເພາະປະເພດຟ້ອນມີອຸປະກອນ ( ກະບອງ ) ໃນປັດຈຸບັນໄດ້ອີກ.

ໄພລັດ ເກີດວັນທີ 8 ກຸມພາ 1989 ທີ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເລີ່ມຫຼິ້ນກີລາໂວວິນາມໃນປີ 2011 ແລະ ຄວ້າອັນດັບ 3 ໃນລາຍການຊີງແຊັມອາຊຽນ ຄັ້ງທໍາອິດທີ່ຫວຽດນາມ ກ່ອນຈະສາມາດສ້າງຊື່ສຽງດ້ວຍການຄວ້າຫຼຽນຄໍາໃນຊີເກມ 2011 ແລະ ຫຼຽນຄໍາໃນຊີເກມ 2013 ຫຼ້າສຸດຄວ້າຫຼຽນຄໍາປະເພດຟ້ອນກະບອງ ໃນລາຍການຊີງແຊັມໂລກ 2019 ທີ່ປະເທດກໍາປູເຈຍແລະ ຊີເກມ 2019 ຍາດໄດ້ຫຼຽນທອງຈາກກີລາຄິກບ໊ອກຊິ້ງ

6.ນາງ ໂບວິລັກ ເທບພະກັນ

ເປັນນັກກີລາເປຕັງຍິງທິມຊາດລາວ ເປັນປີທີ່ໂດດເດັ່ນທີ່ສຸດຂອງລາວ ເມື່ອສ້າງປະຫວັດສາດຄວ້າຫຼຽນເງິນລາຍການຊີງແຊັມໂລກ 2019 ທີ່ປະເທດກໍາປູເຈຍ ໃນເດືອນພະຈິກ ທີ່ຜ່ານມາ ຈາກປະເພດຊຸດຕິ້ງ (ຍິງເປົ້າ) ເສຍໃຫ້ ເຄເລັງ ນັກກີລາຈາກກໍາປູເຈຍ ທີ່ເປັນແຊັມເກົ່າ 3 ສະໄໝຊ້ອນ. ນອກນັ້ນ ຍັງຄວ້າອີກ 1 ຫຼຽນທອງຈາກປະເທດທີມຊຸດຍິງໃນລາຍການດັ່ງກ່າວ, ສ່ວນຊີເກມ 2019 ຍາດໄດ້ 1 ຫຼຽນທອງ.

ໂບວິລັກ ເກີດວັນທີ 21 ກັນຍາ 1995 ທີ່ແຂວງຄໍາມ່ວນ ປັດຈຸບັນ ສັງກັດຢູ່ກົມກີລາ ກະຊວງປ້ອງກັນຄວາມສະຫງົບ ໂດຍກ່ອນໜ້ານີ້ກາຍເປັນທີ່ຮູ້ຈັກດ້ວຍການຄວ້າ 2 ຫຼຽນຄໍາ ໃນກີລາມະຫາວິທະຍາໄລອາຊຽນ ທີ່ມຽນມາ ໃນປີ 2018.

7.ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງມື 1 ຂອງທີມຊາດລາວ ເປັນນັກແລ່ນທີ່ຫຼາຍຄົນຮູ້ຈັກຫຼາຍທີ່ສຸດໃນບົດບາດນັກແລ່ນໃຈບຸນ ນອກຈາກຈະສ້າງຜົນງານໂດດເດັ່ນໃນສະໜາມແລ້ວ, ສ່ວນນອກສະໜາມລົດແກ້ວຍັງເປັນຜູ້ລິເລີ່ມການແລ່ນການກຸສົນລະດົມທຶນໄປຊ່ວຍຜູ້ທີ່ຢູ່ຫ່າງໄກສອກຫຼີກ

ສໍາລັບ ລົດແກ້ວ ເກີດເມື່ອວັນທີ 5 ກັນຍາ 1995 ທີ່ບ້ານໝື່ນໝັ້ນ ເມືອງທຸລະຄົມ ແຂວງວຽງຈັນ, ແຕ່ພໍອາຍຸໄດ້ 5 ປີທາງຄອບຄົວໄດ້ຍ້າຍໄປຢູຄ່ປາກເຊ ແຂວງຈໍາປາສັກ ເລີ່ມຕິດທີມຊາດຕັ້ງແຕ່ປີ 2013 ແລະ ສ້າງປະຫວັດສາດຄວ້າຫຼຽນທອງທໍາອິດໃນແລ່ນ-ລານປະເພດ 10.000 ແມັດຍິງໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2013 ທີ່ມຽນມາ, ສ່ວນຜົນງານໃນຊີເກມ 2019 ທີ່ຟິລິບປິນ ທີ່ຜ່ານມາ ລົດແກ້ວ ລົງແຂ່ງຂັນ 2 ລາຍການປາກົດວ່າ: ປະເພດ 3.000 ແມັດ ແລະ ຈົບອັນດັບ 6 ປະເພດ 1.500 ແມັດ.

ຜົນງານປີ 2019 ຂອງລົດແກ້ວລົງແຂ່ງຂັນທັງພາຍໃນແລະຕ່າງປະເທດໄປແລ້ວ 18 ລາຍການສາມາດກວາດແຊ້ມ 15 ສະໜາມ, ຍາດໄດ້ອັນດັບ 2 ໄດ້ 2ສະຫນາມ ແລະ ຍາດໄດ້ອັນດັບ 3 ໄດ້ 1 ສະໜາມ.

8.ອານຸສອນ ໄຊສາ

ນັກກີລາແລ່ນ-ລານທີ່ຜົນງານໂດດເດັ່ນມາໂດຍຕະຫຼອດປີ 2019 ສາມາດຄວ້າຫຼຽນຄໍາປະເພດຂ້າມຮົ້ວ 110 ແມັດ ລາຍການ ໄທແລນ ໂອເພັນ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ແລະ ຫຼ້າສຸດຄວ້າຫຼຽນທອງ ປະເພດຂ້າມຮົ້ວ 110 ແມັດໃນຊີເກມ 2019 ທີ່ຟິລິບປິນ.

ສໍາລັບ ອານຸສອນ ເກີດວັນທີ 20 ມີນາ 1994 ເຄີຍຄວ້າຫຼຽນທອງ ໃນຊີເກມ 2013 ທີ່ປະເທດມຽນມາ ປະເພດຂ້າມຮົ້ວ 110 ແມັດ ແລະ ຄວ້າຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ 2014.

9.ສຸລິໄຊ ສິງສະຫວັດ

ຜົນງານຫຼ້າສຸດຄວ້າ 1 ຫຼຽນເງິນ ໃນຊີເກມ 2019 ຈາກກີລາມວຍ, ສຸລິໄຊ ເກີດວັນທີ 5 ມິຖຸນາ 1992 ທີ່ບ້ານທາງຄົບ ເມືອງຈໍາປາສັກ ແຂວງຈໍາປາສັກ ຜົນງານເດັ່ນທີ່ຜ່ານມາຄວ້າຫຼຽນຄໍາ ໃນຊີເກມ 2013 ຈາກມວຍລາວ, ຄວ້າຫຼຽນເງິນ ຈາກກີລາໂວວິນາມ ໃນປີ 2018 ແລະ ເປັນແຊັມມວຍລາຍການ ແມັກ ໂກລບອລ ໄທ 3 ສະໄໝ ຮຸ່ນ 46 ກິໂລກຣາມ ກ່ອນເສຍແຊັມໃຫ້ກັບ ເດວິດ ມ.ທັດສິໄນ ນັກມວຍໄທ ໃນເດືອນເມສາ 2019.

10.ນ້ອງອ້ອຍ ວົງພັກດີ

ເກີດເມື່ອວັນທີ 27 ເມສາ 1999 ທີ່ບ້ານແສງສະຫວ່າງ ເມືອງໄຊເສດຖານະຄອນຫຼວງວຽງຈັນ ເລີ່ມຫຼິ້ນກີລາປັນຈັກສີລັດ ຢ່າງເຕັມຕົວເມື່ອປີ 2014 ແລະ ສາມາດຍາດໄດ້ 1 ຫຼຽນທອງໃນຊີເກມ 2015 ທີ່ປະເທດສິງກະໂປ, ຍາດໄດ້ 1 ຫຼຽນທອງໃນລາຍການຟີເອຊຽນເກມ (ລາຍການທົດສອບກ່ອນເອຊຽນເກມ 2018) ກ່ອນຈະມີຊື່ສຽງດັງໄປທົ່ວວົງການດ້ວຍການສ້າງປະຫວັດສາດຍາດໄດ້ 1 ຫຼຽນເງິນໃນເອຊຽນເກມ 2018.

ຜົນງານປີ 2019 ນ້ອງອ້ອຍ ໂດດເດັ່ນເຊັ່ນເຄີຍລົງແຂ່ງຂັນພຽງລາຍການດຽວຄື ປັນຈັກສີລັດຫາດຊາຍ ຊີງແຊັມໂລກ ທີ່ປະເທດໄທ ໃນເດືອນຕຸລາ ສາມາດຍາດໄດ້ຫຼຽນເງິນ, ແຕ່ໜ້າເສຍດາຍ ໃນຊີເກມ 2019 ເນື່ອງຈາກເຈົ້າພາບບໍ່ກໍານົດຮຸ່ນ 60 ກິໂລກຣາມຂອງ ນ້ອງອ້ອຍ ເຂົ້າໃນການແຂ່ງຂັນ.

(ຂ່າວ: ຄໍາສອນ)