ຊົມເຊີຍ! ກຸ່ມບໍລິສັດດອກງິ້ວຄໍາ ມອບງົວໃຫ້ອຸດົມໄຊ 200 ກວ່າໂຕ

139

ບໍລິສັດ ກະສິກຳ ເປັນຕົວແທນເຂດເສດຖະກິດພິເສດ ຮ່ວມກັບ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ນຳເອົາງົວຈຳນວນ 205 ຕົວ ມູນຄ່າ 2ຕື້ກ່ວາກີບ ມອບໃຫ້ແຂວງອຸດົມໄຊ ຕາມຮູບແບບ ບໍລິສັດ+ຄອບຄົວຊາວກະສິກອນ ຫວັງຫຼຸດຜ່ອນຄວາມທຸກຍາກແກ່ປະຊາຊົນພາຍໃນແຂວງ.

ພິທີມອບ-ຮັບງົວຈໍານວນດັ່ງກ່າວ ຈັດຂຶ້ນໃນໃນກາງເດືອນ ທັນວາ 2019, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງອຸດົມໄຊ, ມີທ່ານ ຈັນທະຈອນ ວາງຟາເຊັງ ຄະນະກໍາມະການ ສະພາບໍລິຫານເຂດເສດຖະກິດສາມຫຼ່ຽມຄໍາ ແລະ ຜູ້ຮັບຜິດຊອບຂອງ ບໍລິສັດ ກະສິກຳ ເປັນຕົວແທນເຂດເສດຖະກິດພິເສດ, ມີຕາງໜ້າຂອງ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນພິທີ ຕົວແທນຈາກບໍລິສັດ ກະສິກໍາ ກ່າວວ່າ: ໃນຊ່ວງໄລຍະຫຼາຍປີມານີ້ກຸ່ມບໍລິສັດດອກງິ້ວຄຳກໍ່ໄດ້ເອົາໃຈໃສ່ໃນການປັບປຸ່ງຊີວິດການເປັນຢູ່ຂອງປະຊາຊົນ, ຊ່ວຍເຫຼືອ ປະຊາຊົນລາວຫຼຸດຜ່ອນຄວາມທຸກຍາກໃຫ້ກາຍເປັນຄວາມຮັ່ງມີ. ເຊີ່ງການມອບງົວຈຳນວນ205ຕົວໃນຄັ້ງນີ້ແມ່ນ ແບບການການປະຕິບັດຕົວຈິງຂອງ’’ບໍລິສັດ+ຄອບຄົວຊາວກະສິກອນ’’, ຫວັງວ່າການຮ່ວມມືກັບແຂວງອຸດົມໄຊຈະສາມາດດຳເນີນໂຄງການ ”ການຫຼຸດຜ່ອນຄວາມທຸກຍາກໃຫ້ກາຍເປັນຄວາມຮັ່ງມີ” ໃຫ້ປະສົບຜົນສຳເລັດໄດ້. ເຊິ່ງງົວທີ່ນໍາມາມອບໃນຄັ້ງນີ້ ໄດ້ຜ່ານການຄັດເລືອກງົວພັນຊີ້ນແນວພັນດີຄຸນນະພາບສູງມາມອບໃຫ້ກັບ ແຂວງອຸດົມໄຊ, ພ້ອມທັງຈະສືບຕໍ່ຕິດຕາມຄວາມຄືບໜ້າການດຳເນີນໂຄງການຢ່າງຕໍ່ເນື່ອງ ພ້ອມຫວັງວ່າ ການຮ່ວມມືໃນບາດກ້າວຕໍ່ໄປຈະສືບຕໍ່ລົງເລິກຕື່ມອີກ, ເພື່ອຊຸກຍູ້ເສດຖະກິດທ້ອງຖິ່ນໃຫ້ນັບມື້ນັບຂະຫຍາຍຕົວ, ຊ່ວຍເຫຼືອໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ.

ຂະນະດຽວກັນ ທ່ານ ຄໍາພັນ ເຜີຍຍະວົງ ກ່າວວ່າ: ໃນບັນດາທຸກຂັ້ນພະແນກຂອງແຂວງອຸດົມໄຊ ຕ້ອງໄດ້ເອົາໃຈໃສ່ໃນວຽກງານການຊ່ວຍເຫຼືອປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເພີ່ມທະວີການຕິດຕໍ່ສື່ສານ ແລະ ໄປມາຫາສູ່ກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຂະຫຍາຍຂົງເຂດການຮ່ວມມືໃຫ້ກວ້າງຂວາງຕື່ມອີກ, ສືບຕໍ່ການຮ່ວມມືໃນໂຄງການກະສິກຳຢ່າງເລິກເຊິ່ງ, ເຮັດໃຫ້ລະບົບນິເວດຂອງການລ້ຽງງົວພັນຊີ້ນດີຂື້ນ, ໃຫ້ກາຍເປັນຮູບແບບອຸດສາຫະກຳ ແລະ ຊ່ວຍເຫຼືອປະຊາຊົນໃຫ້ມີລາຍຮັບເພີ່ມຂື້ນ.

ຂໍ້ມູນຈາກ: Golden Triangle Sez Lao