ໄຊຍະບູລີ ເປີດງານບຸນປະເພນີຂອງເຜົ່າມົ້ງ

360

ບຸນກິນຈຽງ ( ນໍເປເຈົາ ) ເຜົ່າມົ້ງຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 27 ທັນວາ 2019 ນີ້ຢູ່ທີ່ເດີ່ນສະໜາມຫຼວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາສໍານັກງານນາຍົກ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍມີການນໍາພັກ – ລັດຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ຄໍາສຸກ ທໍ່ ຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ງານບຸນກິນຈຽງ ( ນໍເປເຈົາ ) ເປັນງານບຸນໃຫຍ່ຂອງເຜົ່າມົ້ງ ແລະ ໜຶ່ງປີໃດມີເທື່ອໜຶ່ງ ດ້ວຍການໝູນວຽນມາຮອດວັນເວລາດຽວກັນ ເຊິ່ງຈັດຂຶ້ນທ້າຍປີທີ່ກົງກັບເດືອນ 12 ສາກົນ ແລະ ກົງກັບແຮມ 15 ຄໍ່າ ຂອງເດືອນຈຽງ ( ເດືອນເຜົ່າລາວ ) ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ຊົນເຜົ່າມົ້ງໄດ້ມີປະຫວັດຄວາມເປັນມາພ້ອມເຜົ່າອື່ນໆໃນ ສປປ ລາວ ແລະ ຕັ້ງຖິ່ນຖານພູມລໍາເນົາຢູ່ພູດອຍ ແລະ ຢູ່ປົນເປນໍາເຜົ່າຕ່າງໆໃນພາກເໜືອ, ພາກກາງຂອງ ສປປ ລາວ.

ການເຮັດບຸນ ( ນໍເປເຈົາ ) ເຜົ່າມົ້ງຈັດຂຶ້ນພາຍຫຼັງເກັບກູ້ຜົນຜະລິດກະສິກໍາສໍາເລັດ, ກ່ອນຈະເຖິງບຸນນໍເປເຈົາຂອງປະຊາຊົນເຜົ່າມົ້ງ ໄດ້ມີການຫ້າງຫາກະກຽມສິ່ງທີ່ຈໍາເປັນ ເປັນຕົ້ນແມ່ນເຕົ້າໂຮມເຄື່ອງມືອອກແຮງງານທຸກຊະນິດ, ກະກຽມສະບຽງອາຫານການກິນປະເພດຕ່າງໆ ແລະ ເຄື່ອງໃຊ້ພາຍໃນຄອບຄົວ ເຊັ່ນ: ເຂົ້າ, ປາ, ຜັກ, ຟືນ, ນໍ້າ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ພຽງພໍພາຍໃນກໍານົດ 3 ວັນ ເຊິ່ງໃນເວລາເຮັດບຸນຕ້ອງໄດ້ຄະລໍາ 3 ວັນ ເປັນຕົ້ນ: ຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ຫ້າມໄປຊອກຫາກິນ, ຫ້າມຫຼິ້ນພ້າ – ມີດທີ່ເປັນປະເພດແຫຼມຄົມ ແລະ ອື່ນໆ.

ຢູ່ໃນງານນໍເປເຈົາ ທີ່ແຂວງໄຊຍະບູລີ ຈະໄດ້ດໍາເນີນເປັນເວລາ 10 ວັນ ເຊິ່ງເລີ່ມແຕ່ວັນທີ 25 ທັນວາ 2019 ຈົນຮອດວັນທີ 4 ມັງກອນ 2020 ໂດຍຈັດໃຫ້ມີຫຼາກຫຼາຍກິດຈະກໍາ ເປັນຕົ້ນການແຂ່ງຂັນກີລາບານເຕະຍິງ, ກະຕໍ້, ເປຕັງ, ໝາກຂ່າງ, ໜ້າເກັກ, ງົວຊົນງົວ. ພ້ອມນີ້, ຍັງມີກິດຈະກໍາຂີ່ຊ້າງຊົມຕົວເມືອງ, ງານຕະຫຼາດນັດວາງສະແດງຂາຍສິນຄ້າກະສິກໍາ ແລະ ສິນຄ້າອື່ນໆ, ຊົມສະແດງສິລະປະວັນນະຄະດີ, ຄອນເສີດ ສິ່ງທີ່ຂາດບໍ່ໄດ້ໃນງານດັ່ງກ່າວກໍຄືໂຍນໝາກຄອນ.

ຈາກນັ້ນ, ທ່ານ ຄໍາສິງ ສໍລະສຸກ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ທັງເປັນປະທານຈັດງານບຸນໄດ້ໃຫ້ກຽດກ່າວເປີດງານບຸນປະເພນີນໍເປເຈົາ ຂອງພີ່ນ້ອງເຜົ່າມົ້ງແຂວງໄຊຍະບູລີ ຢ່າງເປັນທາງການ.