ພາກຕໍ່ຮູບເງົາ “Jumanji The next level ” ກັບການຜະຈົນໄພສຸດທ້າທາຍ

158

ເມື່ອ 2 ປີກ່ອນເກມເຈ້ຍລະດັບຕໍານານຂອງໂລກຮູບເງົາແຫ່ງຍຸກ 90 ຂອງ “ Jumanji ” ໄດ້ຖືກນໍາມາປັດຝຸ່ນໃໝ່ອີກຄັ້ງໃນຊື່ “ Jumanji Welcome to the Jungle ” ເຊິ່ງນອກຈາກຈະປະສົບຜົນສໍາເລັດທັງລາຍໄດ້ ແລະ ຄໍາຊົມ ແຕ່ມັນກໍເປັນພຽງເກມເຈ້ຍທີ່ອັບເດດເປັນວິດີໂອເກມຜະຈົນໄພ, ພ້ອມຈະໃຫ້ຜູ້ຫຼິ້ນໄດ້ຜະຈົນໄພອີກຄັ້ງໃນພາກຕໍ່ຊື່ “Jumanji: The Next Level ຫຼື ເກມດູດໂລກ ສໍາຫຼວດດ່ານມະຫັດສະຈັນ”.

ກັບມາອີກຄັ້ງຂອງໄວລຸ້ນທັງ 4 ຄົນ ທີ່ລອດຊີວິດຈາກການຫຼິ້ນເກມຂອງ Jumanji: Welcome to the Jungle ເມື່ອພວກເຂົາກັບມາຈາກມະຫາວິທະຍາໄລແລ້ວໄປບ້ານແບຣນຟອດ ເພື່ອຕ້ອນຮັບເທດສະການປີໃໝ່ ແລະ ໃນພາກຕໍ່ນີ້ພວກເຂົາໄດ້ກາຍເປັນນັກສຶກສາແລ້ວ. ຫຼັງຈາກນັ້ນ, ພວກເຂົາໄດ້ຖືກຊວນໃຫ້ກັບເຂົ້າໄປຫຼິ້ນເກມອີກຄັ້ງ ແລະ ໂດດເຂົ້າໄປໃນໂລກ Jumanji ເພື່ອປະຕິບັດພາລະກິດຊ່ວຍເຫຼືອສຸດທ້າທາຍ.

ແຕ່ເກມພັດເພໄປແລ້ວ ແລະ ມັນກໍຕອບໂຕ້ກັບທຸກສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບ Jumanji ກໍາລັງຈະປ່ຽນໄປ ເມື່ອພວກເຂົາໄດ້ຄົ້ນພົບວ່າມັນມີຫຍັງຫຼາຍກວ່າການເປັນປ່າເພາະມັນໃຫຍ່ຂຶ້ນ, ອັນຕະລາຍຂຶ້ນ ແລະ ມີອຸປະສັກທີ່ລຸ້ນລະທຶກຫຼາຍຂຶ້ນ ນັ້ນໝາຍ ຄວາມວ່າແມ່ນຫຍັງກໍສາມາດເກີດຂຶ້ນໄດ້.

ຮູບເງົາ “ Jumanji The next level ” ຫຼື “ ເກມດູດໂລກສໍາຫຼວດດ່ານມະຫັດສະຈັນ ” ພາກກ່ອນວ່າມັນແລ້ວພາກນີ້ຕ້ອງຕື່ນເຕັ້ນກວ່າເກົ່າແນ່ນອນ ເພາະຕ້ອງເອົາຊະນະດ່ານລະທຶກສຸດຂອບໂລກ ເຊິ່ງເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

ຮຽບຮຽງ: ນຸ້ມນິ້ມ; ຂໍ້ມູນຈາກ: Major Platinum Cineplex