ຄຳມ່ວນ – ຮາຕິ່ງ ສືບຕໍ່ຮ່ວມມືຮອບດ້ານ

170

ຄະນະຜູ້ແທນຂັ້ນສູງແຂວງຄຳມ່ວນ ສປປ ລາວ ແລະ ແຂວງຮາຕິ່ງ ສສ ຫວຽດນາມ ໄດ້ຮ່ວມພົບປະເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ຂຶ້ນໃນວັນທີ 26 ທັນວາ 2019 ທີ່ແຂວງຄຳມ່ວນ ເຊິ່ງຝ່າຍແຂວງຄຳມ່ວນນຳໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ; ແຂວງຮາຕິ່ງ ນຳໂດຍ ທ່ານ ເລ ດິ່ງ ເຊິ່ນ ປະທານສະພາປະຊາຊົນແຂວງຮາຕິ່ງ; ມີຜູ້ແທນທັງສອງແຂວງເຂົ້າຮ່ວມ.

ການພົບປະຄັ້ງນີ້ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບລວມການພັດທະນາເສດຖະກິດ – ສັງຄົມຂອງແຕ່ລະແຂວງພ້ອມທັງຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືຂອງທັງສອງແຂວງ ທີ່ໄດ້ລົງນາມກັນໃນປີທີ່ຜ່ານມາ ໂດຍລວມແລ້ວການຜັນຂະຫຍາຍການພົວພັນຮ່ວມມືສອງແຂວງ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໂດຍສະເພາະວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນຊາຍແດນ, ປົກປັກຮັກສາ ແລະ ບູລະນະຫຼັກໝາຍຊາຍແດນ, ຕ້ານ ແລະ ສະກັດກັນການລະເມີດລະບຽບກົດໝາຍຂອງສອງປະເທດ. ສຳເລັດການແກ້ໄຂບັນຫາການຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງງານແບບບໍ່ຖືກກົດໝາຍໃນເຂດຊາຍແດນຂອງສອງແຂວງ.

ສອງຝ່າຍຍັງໄດ້ຮ່ວມລົງນາມບົດບັນທຶກການຮ່ວມມື ໜຶ່ງໃນນັ້ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃນການປະກອບເອກະສານເຂົ້າ – ອອກຂອງພົນລະເມືອງ, ນຳເຂົ້າ – ສົ່ງອອກສິນຄ້າຜ່ານດ່ານສາກົນຂອງສອງປະເທດ, ສືບຕໍ່ປະສານສົມທົບ ແລະ ນຳສະເໜີລັດຖະບານຂອງແຕ່ລະປະເທດ ເພື່ອນຳເອົາເສັ້ນທາງເລກທີ 12 ເຂົ້າໃນອະນຸສັນຍາວ່າດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານຊາຍແດນລະຫວ່າງບັນດາອະນຸພາກພື້ນແມ່ນໍ້າຂອງ, ສ້າງເງື່ອນໄຂໃຫ້ລັດວິສາຫະກິດ ແລະ ວິສາຫະກິດເອກະຊົນຂອງແຕ່ລະແຂວງ ລົງທຶນດຳເນີນທຸລະກິດໃນຂົງເຂດຕ່າງໆຂອງແຕ່ລະແຂວງ ລວມທັງສະໜັບສະໜູນຂົງເຂດສຶກສາກໍ່ສ້າງພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.