ທຫລ ເລັ່ງແກ້ບັນຫາທະນາຄານລາວກໍ່ສ້າງຂາດສະພາບຄ່ອງ

619

ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລກທີ 1320/ກຄທ; ລົງວັນທີ 24 ທັນວາ 2019 ເຖິງລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ໃຫ້ມາແຈ້ງຂໍ້ມູນເງິນຝາກ ແລະ ໜີ້ສິນຂອງຕົນຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ ຊາບວ່າ: ເພື່ອແກ້ໄຂບັນຫາທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຕົກຢູ່ໃນພາວະຂາດສະພາບຄ່ອງຫຼາຍ, ຂາດຄວາມໝັ້ນຄົງ, ທະນາຄານແຫ່ງ ສປປ ລາວ ມີຄວາມຈໍາເປັນ ເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດໝາຍໄດ້ກໍານົດໄວ້. ດັ່ງນັ້ນ, ທະນາ ຄານແຫ່ງ ສປປ ລາວ ໄດ້ແຈ້ງມາຍັງລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ໃຫ້ມາສະໜອງຂໍ້ມູນເງິນຝາກ ແລະ ໜີ້ສິນໃຫ້ຄະນະຄວບຄຸມ.

ສະເພາະ ລູກຄ້າເງິນຝາກ ໃຫ້ນໍາເອົາບັດປະຈໍາຕົວ, ສໍາມະໂນຄົວ ຫຼື ໜັງສືຜ່ານແດນ (Passport) ພ້ອມສໍາເນົາເອກະສານດັ່ງ ກ່າວ; ພ້ອມທັງນໍາເອົາໃບທະບຽນວິສາຫະກິດສໍາລັບລູກຄ້າທີ່ເປັນນິຕິບຸກຄົນ ພ້ອມສໍາເນົາເອກະສານດັ່ງກ່າວ; ປື້ມບັນຊີເງິນຝາກ ພ້ອມສໍາເນົາເອກະສານດັ່ງກ່າວ. ສະເພາະ ເຈົ້າໜີ້ອື່ນໆ ແມ່ນໃຫ້ນໍາເອົາເອກະສານຫຼັກຖານ ຢັ້ງຢືນຄວາມເປັນເຈົ້າໜີ້ທະນາຄານ ພ້ອມສໍາເນົາເອກະ ສານດັ່ງກ່າວ; ເອກະສານຢັ້ງຢືນຕົວຕົນຂອງເຈົ້າໜີ້ ພ້ອມສໍາເນົາເອກະສານດັ່ງກ່າວ ເປັນຕົ້ນແມ່ນບັດປະຈໍາຕົວ, ສໍາມະໂນຄົວ ຫຼື ໜັງສືຜ່ານແດນ (Passport) ແລະ ໃບທະບຽນວິສາຫະກິດສໍາລັບລູກຄ້າທີ່ເປັນນິຕິບຸກຄົນ.

ສໍາລັບຂໍ້ມູນດັ່ງກ່າວ ສາມາດສະໜອງໃຫ້ແກ່ຄະນະຄວບຄຸມ ນັບແຕ່ວັນທີ 25 ທັນວາ 2019 ຫາ 25 ມັງກອນ 2020 ໃນວັນລັດຖະການ ເວລາ 09:00 – 15:00 ໂມງ ຢູ່ທີ່ສໍານັກງານທະນາຄານ ລາວກໍ່ສ້າງ ຈໍາກັດ ຕັ້ງຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນ ຫຼວງວຽງຈັນ. ກໍລະນີທີ່ບໍ່ສາມາດສະໜອງຂໍ້ມູນ ດ້ວຍຕົນເອງໃຫ້ມີໃບມອບສິດ ໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານ, ກໍລະນີ ບໍ່ມາສະໜອງຂໍ້ມູນທີ່ກໍານົດໄວ້ນັ້ນ ຄະນະຮັບຜິດຊອບຈະບໍ່ພິຈາລະນາໜີ້ສິນດັ່ງກ່າວ. ສະນັ້ນ; ຈຶ່ງແຈ້ງມາຍັງມາລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເພື່ອຊາບ ແລະ ໃຫ້ການຮ່ວມມືປະຕິບັດດ້ວຍ.

ຂ່າວ: ຣັດສະໝີ ດວງສັດຈະ