ມາແຮງສຸດໆ! ເອັສຣາ ເອັຟຊີ ຊຸດເຍົາວະຊົນໄດ້ລຸ້ນແຊັມລາຍການທີ 2 ຂອງປີ ເສົານີ້

63

ເປັນທີມທີ່ມາແຮງສຸດໆໃນຊຸດເຍົາວະຊົນສໍາລັບ ເອັສຣາ ເອັຟຊີ ກ່ອນໜ້ານໜ້າຄວ້າແຊັມບານເຕະຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ໄປແບບສະບາຍໆມາໃໝ່ ຫຼ້າສຸດ ເອັສຣາ ເອັຟຊີ ຮຸ່ນອາຍຸບໍ່ເກີນ 18 ປີ ດັບຝັນ ລາວໂຕໂຢຕ້າ ເອັຟຊີ ຮຸ່ນອາຍຸບໍ່ເກີນ 18 ປີ 4-1 ໃນການດວນຈຸດໂທດ ຫຼັງສະເໝີກັນ 2-2 ເມື່ອວັນທີ 25 ທັນວາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ເຮັດໃຫ້ ເອັສຣາ ເອັຟຊີ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ຊ້າງນ້ອຍ ເອັຟຊີ ທີ່ຊະນະ ທະເວັ້ນຕີ້ຊິກ ຢູໄນເຕັດ 2-0 ໃນການແຂ່ງຂັນບານເຕະຊີງຂັນ ສຕລ ປະຈໍາປີ 2019 ຮຸ່ນອາຍຸບໍເກີນ 18 ປີ.

ສໍາລັັບ ຮອບຊີງຊະນະເລີດລາຍການນີ້ເປັນການໂຄຈອນມາພົບກັນລະຫວ່າງ ເອັສຣາ ເອັຟຊີ ກັບ ຊ້າງນ້ອຍ ເອັຟຊີ ເນື່ອງຈາກໃນຮອບແບ່ງກຸ່ມ ຊ້າງນ້ອຍ ເອັຟຊີ ສາມາດເອົາຊະນະ 2-0 ໂດຍນັດຊີງຈະຈັດຂຶ້ນໃນວັນເສົາທີ 28 ທັນວາ 2019 ເວລາ 15:00 ໂມງທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ( ສະໜາມ 1 ), ສ່ວນຄູ່ຊີງອັນດັບ 2 ລາວໂຕໂຢຕ້າ ເອັຟຊີ ພົບ ທະເວັ້ນຕີ້ຊິກ ຢູໄນເຕັດ ເວລາ 15:00 ໂມງທີ່ສະໜາມ 2

(ຂ່າວ: ຄໍາສອນ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ)