ນະຄອນໄກສອນ ພົມວິຫານເກັບລາຍຮັບອາດບໍ່ບັນລຸແຜນ

210

ທ່ານ ສົມພອນ ນາມມະໂຄດ ຫົວໜ້າຫ້ອງການ – ການເງິນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ 10 ເດືອນປີ 2019 ປະຕິບັດໄດ້ທັງໝົດ 14 ຕື້ ກວ່າກີບ ເທົ່າກັບ 61% ຂອງແຜນການປີ ( ແຜນການປີ 21 ຕື້ກວ່າກີບ ) ທຽບໃສ່ໄລຍະດຽວກັນຂອງປີກາຍແມ່ນຫຼຸດລົງ 4%.

ສາເຫດຫຼັກໆຍ້ອນການແບ່ງຕົວເລກລາຍຮັບດັ່ງກ່າວແມ່ນສູງກວ່າຂໍ້ມູນທີ່ມີທ່າແຮງການຈັດເກັບ ເນື່ອງຈາກໃນເມື່ອກ່ອນໄດ້ຈາກການເກັບລາຍຮັບຈາກທີ່ດິນ. ໃນນັ້ນ, ລາຍຮັບຈາກສ່ວຍສາອາກອນ 13 ຕື້ ກວ່າກີບ ເທົ່າກັບ 68,98%, ລາຍຮັບຈາກຄຸ້ມຄອງຊັບສິນຂອງລັດ 698 ລ້ານກວ່າກີບ.

ເຖິງຢ່າງໃດກໍຕາມ, ຄະນະພັກຄະນະນຳຖືສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດ, ສົມທົບກັບຂະແໜງການສາຍຕັ້ງສາຍ ຂວາງ, ຊຸກຍູ້ເກັບລາຍຮັບໃຫ້ມີປະສິດທິຜົນສູງ, ຖືກຕ້ອງ, ຄົບຖ້ວນຕາມຖານຂໍ້ມູນທີ່ມີທ່າແຮງໃນທົ່ວນະຄອນ; ສືບຕໍ່ເລັ່ງທວງໜີ້ຈາກພາສີທີ່ດິນທີ່ຍັງຄ້າງຍົກມາຈາກປີ 2018 ແລະ ຊັບພະຍາກອນແຮ່ – ຊາຍຮັບປະກັນໃຫ້ບັນລຸຕາມຕົວເລກຄາດໝາຍທີ່ຂັ້ນເທິງມອບໝາຍໃຫ້ໃນປີ 2019.