ສຕລ ປະກາດຄັດເລືອກນັກເຕະທີມຊາດລາວ ຢູ 16 ແລະ ຢູ 19 ປີ 2020 ທີ່ນະຄອນຫຼວງພະບາງ

183

ອີງຕາມເພຈ໌ບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ລະບຸວ່າ: ປະກາດຄັດເລືອກນັກກິລາທີມບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ແລະ ຮຸ່ນອາຍຸບໍ່ເກີນ 19 ເພື່ອເຂົ້າຮ່ວມ ທີມຊາດລາວ ຢູ່ທີ່ ນະຄອນຫຼວງພະບາງ ໃນວັນທີ 11-12 ມັງກອນ 2020.

ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2020 ສຕລ ມີ ຈຸດປະສົງຄັດເລືອກນັກກິລາທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກິລາ ທີມບານເຕະຊາຍທີມຊາດລາວ ຮຸ່ນອາຍຸ ບໍ່ເກີນ 16 ປີ ແລະ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປິ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍລະດັບນາໆຊາດຫລາຍລາຍການໃນປີ 2020.

ການຄັດເລືອກຈະໄດ້ຈັດຂຶ້ນ 2 ມື້ຄື: ວັນທີ 11 ມັງກອນ 2020 ເວລາ 14:00 – 17:00 ແລະ ວັນທີ 12 ມັງກອນ 2020 ເວລາ 09:00 – 11:00, ເວລາ 14:00 – 17:00 ຢູ່ທີ່ສະຫນາມກິລານາຫລວງ ນະຄອນຫຼວງພະບາງ.

ຫມາຍເຫດ :

  • ການຄັດເລືອກໃນຄັ້ງນີ້ ໂດຍແມ່ນ ທ່ານ Sundram Moorthy ຫົວຫນ້າຄູຝຶກທີມຊາດລາວ ຊຸດໃຫຍ່ ແລະ ທ່ານ V Selvaraj ຜູ້ຊ່ວຍຄູຝຶກ ທີມຊາດລາວ ຊຸດໃຫຍ່ ຊາວສິງກະໂປ ຈະເປັນຜູ້ຄັດເລືອກ.

-ນັກກິລາທີ່ເຂົ້າຮ່ວມຄັດເລືອກຕ້ອງກຽມຮ່າງກາຍໃຫ້ພ້ອມຕະຫລອດເວລາໃນການຄັດເລືອກ.

-ນັກກິລາທີ່ມາຈາກ ຕ່າງແຂວງ ຫລື ແຂວງໃກ້ຄຽງ ທີ່ຕ້ອງການມາຄັດເລືອກ ໃນຄັ້ງນີ້ ສາມາດມາຮ່ວມໄດ້ແຕ່ຕ້ອງກຸ້ມຕົນເອງ.

-ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ້ມໄດ້ທີ່ເບີ : 02054918322.

ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation