ຢາກໄປຮຽນຕ່າງປະເທດຕ້ອງສະໝັກດ້ວຍຕົນເອງ ຢ່າຫຼົງເຊື່ອກຸ່ມຄົນບໍ່ດີ

79

ເຊື່ອວ່າຜູ້ທີ່ຢູ່ໃນສັງຄົມອອນລາຍຈະປະກົດເຫັນເລື້ອຍກ່ຽວກັບການປະກາດແລ່ນທຶນໃຫ້ໄປຮຽນຕໍ່ຕ່າງປະເທດ ໂດຍສະເພາະແມ່ນ ສປ ຈີນ ທີ່ຜ່ານມາຫຼາຍຄົນກໍ່ຍອມຈ່າຍເງິນຊື້ທຶນເພື່ອໄປຮຽນຕໍ່ ແລະກໍ່ໄດ້ສົມໃຈ ສ່ວນອີກຈຳນວນໜຶ່ງກໍ່ເສຍເງິນໄປແບບຟຣີໆ ສ້າງໜີ້ໃຫ້ພໍ່ແມ່ບັນຫານີ້ຂໍໃຫ້ທຸກຄົນຈົ່ງມີສະຕິກັ່ນຕອງຂໍ້ມູນຂ່າວສານໃຫ້ດີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນສວຍໂອກາດ.


ພາບປະກອບ

ປັດຈຸບັນສື່ສັງຄົມອອນລາຍ ແມ່ນແຜ່ກະຈາຍຂໍ້ມູນເລື່ອງລາວຕ່າງໆໄວ ແລະ ຫຼາກຫຼາຍ ເຊິ່ງຖ້າເຮົາບໍ່ກັ່ນຕອງເບິ່ງດີໆ ອາດບໍ່ຮູ້ວ່າຂໍ້ມູນທີ່ເຮົາໄດ້ຮັບນັ້ນແມ່ນຄວາມຈິງແທ້ຫຼາຍນ້ອຍສ່ຳໃດ ໂດຍສະເພາະແມ່ນເລື່ອງໄປຮຽນຕໍ່ຢູ່ຕ່າງປະເທດ ທີ່ອາດມີກຸ່ມຄົນບໍ່ຫວັງດີຕົວະຕົ້ມ ສ້າງຄວາມສັບສົນວຸ້ນວາຍ ເກີດການເຂົ້າໃຈຜິດກັນຢ່າງຫຼວງຫຼາຍ.


ພາບປະກອບ

ຕໍ່ກັບບັນຫາດັ່ງກ່າວກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການ ເຖິງບັນດາຜູ້ປົກຄອງນັກຮຽນ ນັກສຶກສາ ແລະ ປະຊາຊົນທົ່ວປະເທດ ເລື່ອງ ການໂຄສະນາເອົານັກຮຽນ ນັກສຶກສາ ໄປຮຽນຕໍ່ ຕ່າງປະເທດ ຂອງບໍລິສັດ ກຸ່ມຄົນ ແລະ ອົງການຈັດຕັ້ງຕ່າງໆທີ່ບໍ່ເປັນທາງການ ໂດຍສະເພາະ ສປ ຈີນ ໂດຍອ້າງວ່າ ເປັນທຶນຂອງລັດຖະບານ.

ແຕ່ຄວາມເປັນຈິງແລ້ວ ຜ່ານການລົງຕິດຕາມ ນັກສຶກສາລາວທີ່ໄປຮຽນຕໍ່ຢູ່ຈີນ ຂອງກົມກິດຈະກໍານັກສຶກສາ ເຫັນວ່າມີນັກສຶກສາຈໍານວນຫຼາຍ ຖືກຕົວະເອົາໄປໂດຍຜ່ານທາງບໍລິສັດ ແລະ ກຸ່ມຄົນບໍ່ດີ ນັກສຶກສາດັ່ງກ່າວພົບຄວາມຫຍຸ້ງຍາກ ແລະ ມີບັນຫາຫຼາຍ ເປັນຕົ້ນແມ່ນກ່ອນຈະເຂົ້າເຂົາໃຫ້ສັນຍາວ່າຈະໄດ້ຮັບທຶນລັດຖະບານ ແຕ່ເມື່ອໄປຮອດບໍ່ໄດ້ຮັບຕາມທີ່ສັນຍາໄວ້ ເຮັດໃຫ້ນັກສຶກສາຈໍານວນໜຶ່ງຈໍາເປັນຕ້ອງໄດ້ກັບຄືນປະເທດ ຍ້ອນບໍ່ມີທຶນຮອນຮຽນຕໍ່ໃຫ້ຈົບ.

ດັ່ງນັ້ນ ຫາກໃຜທີ່ຈະໄປຮຽນຕໍ່ຕ່າງປະເທດຄວນຄໍານຶງ, ກວດກາໃຫ້ລະອຽດຖີ່ຖ້ວນ ກ່ຽວກັບທຶນ, ປະເທດທີ່ຕົນຈະໄປຮຽນ ວ່າເປັນແນວໃດ ຢູ່ໃນນະໂຍບາຍໃດແທ້ ແລະ ທີ່ສໍາຄັນບັນດາທຶນຕ່າງໆເຮົາສາມາດຊອກຮູ້ຂໍ້ມູນ, ລາຍລະອຽດລວມໄປເຖິງການສະໝັກຕ່າງໆດ້ວຍຕົນເອງໄດ້ ເພາະຖ້າຈະໄປຮຽນແທ້ໆ ເຮົາຕ້ອງມີຄວາມຮູ້ທາງດ້ານພາສາ, ຄວາມສາມາດພິບໄຫວຕ່າງໆໃນການເອົາຕົວລອດໄດ້ ເມື່ອໄປແລ້ວຈິ່ງໄດ້ຮັບຜົນສພເລັດກັບມາ ທີ່ສຳຄັນບໍ່ເຮັດໃຫ້ເສຍຊື່ປະເທດຊາດ.