ເອເອັຟເອັຟ ກໍານົດ 12 ສະໂມສອນຮ່ວມລາຍການໃໝ່ຊີງແຊັມສະໂມສອນ ອາຊຽນ

86

ສະຫະພັນບານເຕະແຫ່ງອາຊຽນ ( ເອເອັຟເອັຟ ) ກຽມຈັດລາຍການໃໝ່ລາຍການ ຊີງແຊັມສະໂມສອນອາຊຽນ ( ASEAN Club Championship ) ໂດຍຈະເລີ່ມຕົ້ນໃນປີ 2020 ລະຫວ່າງເດືອນພຶດສະພາ – ເດືອນພະຈິກ ເພື່ອເປັນການຍົກລະດັບການແຂ່ງຂັນບານເຕະລະດັບສະໂມສອນໃນອາຊຽນ.

ລາຍການນີ້ ກໍານົດທີມເຂົ້າຮ່ວມການແຂ່ງຂັນຈະມີທັງໝົດ 12 ທີມ ເຊິ່ງທີມເຂົ້າຮ່ວມຕ້ອງຜ່ານມາດຖານຂອງ ຄລັບ ໄລເຊັນຊິງ ຂອງສະຫະພັນບານເຕະອາຊີ ( ເອເອັຟຊີ ).

ສ່ວນ ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຫວຽດນາມ ຈະໄດ້ຮັບສິດເຂົ້າຮ່ວມແຂ່ງຂັນປະເທດລະ 2 ທີມ, ສ່ວນ ມຽນມາ ແລະ ສິງກະໂປ ຈະໄດ້ສິດປະເທດລະ 1 ທີມ, ສ່ວນຕົວແທນຈາກ ບຣູໄນ, ຟິລິບປິນ, ສປປ ລາວ, ກໍາປູເຈຍ ແລະ ຕີມໍ ເລັສເຕ ຈະຕ້ອງຫຼິ້ນຮອບເພລອ໊ອຟ ເພື່ອຫາ 2 ທີມທີ່ດີທີ່ສຸດໄປຫຼິ້ນກັບອີກ 10 ທີມທີ່ໄດ້ສິດຢືນໃນຮອບແບ່ງກຸ່ມ.

ສ່ວນຮູບແບບການແຂ່ງຂັນຈະກໍານົດເອົາ 12 ທີມຈະຖືກແບ່ງເປັນ 2 ສາຍໆລະ 6 ທີມ ໂດຍແຕ່ລະທີມຈະຫຼິ້ນໃນບ້ານ ແລະ ນອກບ້ານ ລວມກັນທີມລະ 5 ນັດ ເພື່ອກາທີມແຊັມ ແລະ ຮອງແຊ້ມກຸ່ມ ໄປຫຼິ້ນໃນຮອບຮອງຊະນະເລີດນັດດຽວຮູ້ຜົນ ໂດຍທີມແຊັມກຸ່ມຈະໄດ້ສິດໃນບ້ານ ຂະນະທີ່ ນັດຊີງຊະນະເລີດຈະເປັນການແຂ່ງຂັນ 2 ນັດໃນບ້ານ ແລະ ນອກບ້ານ.

ສໍາລັບ ທີມຊະນະເລີດຈະໄດ້ຮັບເງິນລາງວັນ 3 ແສນໂດລາ ແລະ ລວມກັບເງິນສະໜັບສະໜູນທີມໃນຮອບຕ່າງອີກ 1 ແສນໂດລາ ເຊິ່ງ ສະໂມສອນຕົວແທນຈາກ ສປປ ລາວ ຈະໄດ້ໄປແຂ່ງຂັນລາຍການນີ້ແມ່ນ ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວພຣີເມຍລີກ 4 ສະໄໝ.

(ຄໍາສອນ; ຮູບຈາກ: ສຕລ)