ກອງປະຊຸມໃຫຍ່ສາມັນ ຄອລ ປະຈໍາປີລາຍງານ 11 ຫົວຂໍ້ສໍາຄັນ ພ້ອມເຫດຜົນທີ່ບໍ່ບັນລຸເປົ້າໃນຊີເກມ 2019

120

ກອງປະຊຸມໃຫຍ່ສາມັນ ຄະນະບໍລິຫານງານໂອແລມປິກແຫ່ງຊາດລາວ ( ຄອລ ) ປະຈໍາປີ 2019 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ ຄອລ ໄດ້ລາຍງານ 11 ຫົວຂໍ້ສໍາຄັນ ໂດຍມີຕ່າງໜ້າສະຫະພັນກີລາຕ່າງ ແລະ ຫຼາຍພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານ ຄອລ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອຈະໄດ້ສະເໜີ ແລະ ຮັບຟັງຜົນສໍາເລັດການຈັດຕັ້ງປະຕິບັດແຜນປະຈໍາປີ 2019 ໃນແຕ່ລະດ້ານ ແລະ ການສະເໜີແຜນຕໍ່ໜ້າ ພ້ອມນັ້ນກໍຈະມີການລາຍງານຂອງບັນດາກໍາມະການຕ່າງ ໂດຍຄັ້ງນີ້ຈະນໍາສະເໜີ 11 ຫົວຂໍ້ສໍາຄັນດັ່ງນີ້:

1.ສະຫຼຸບການເຄື່ອນໄຫວປະຈໍາປີ 2019 ແລະ ສະເໜີແຜນການເຄື່ອນໄຫວ 2020

2.ລາຍການວຽກການຮ່ວມມືກັບ ກອງທຶນໂອແລມປິກສາກົນ ( OS ) ຂອງປີ 2019

3.ລາຍງານການຈັດຕັ້ງປະຕິບັດວຽກການເງິນ ຄອລ

4.ລາຍງານຜົນສໍາເລັດການເຂົ້າຮ່ວມຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ

5.ລາຍງານການເຄື່ອນໄຫວຂະບວນກີລາມວນຊົນ ເພື່ອສັງຄົມຂອງປີ 2019 ແລະ ການກະກຽມກີລາຄົນພິການ ທີ່ຈະເຂົ້າຮ່ວມໃນງານ ອາຊຽນ ພາຣາເກມສ໌ ທີ່ຟິລິບປິນ ໃນຕົ້ນປີ 2020

6.ລາຍງານເຄື່ອນໄຫວກີລາມະຫາວິທະຍາໄລ, ອາຊີວະສຶກສາ ທັງວຽກພາຍໃນນ ແລະ ການອອກເຄື່ອນໄຫວຕ່າງປະເທດ 2019.

7.ລາຍງານການເຄື່ອນໄຫວກີລາ-ກາຍະກໍາ ນັກຮຽນສາມັນ

8.ລາຍງານວຽກງານສານຕ້ອງຫ້າມໃນກີລາຂອງ LAO NADO

9.ລາຍງານວຽກແພດກີລາ

10.ລາຍງານວຽກທຶນ ຄອລ ເພື່ອສົ່ງເສີມກີລາສູ່ໂອແລມປິກ, ໂດຍຜູ້ຕາງໜ້າເຈົ້າພາບທັງເປັນກອງເລຂາກະກຽມງານ

11.ລາຍງານຄວາມຄືບໜ້າໃນການກະກຽມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ

ຂະນະດຽວກັນ ທ່ານ ແສງພອນ ພົນອາມາດ ຮອງເລຂາທິການ ຄອລ ກ່າວວ່າ: ທັບນັກກີລາລາວ ສົ່ງ 25 ກີລາ ເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ສາມາດຍາດໄດ້ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 29 ຫຼຽນທອງ ເຫັນວ່າຫຼຸດເປົ້າໝາຍທີ່ຕັ້ງໄວ້ 2 ຫຼຽນຄໍາ ໂດຍສາເຫດມີດັ່ງນີ້:

-ການກະກຽມ ແລະ ການເກັບຕົວຂອງນັກກີລາເຮົາເຂົ້າສູນຝຶກແອບ ໃຊ້ໄລຍະເວລາໃນການຝຶກຊ້ອມໜ້ອຍເກີນໄປ

-ງົບປະມານພັດທະນາບຸກຄະລະກອນ ແລະ ນັກກີລາຍັງບໍ່ພຽງພໍ ເຮັດໃຫ້ຈໍາເປັນຕ້ອງຄັດເອົາພຽງກີລາທີ່ມີຄວາມຫວັງ ແລະ ເຄີຍໄດ້ຫຼຽນສົ່ງເຂົ້າຮ່ວມເທົ່ານັ້ນ.

-ປັດຈຸບັນ ບັນດາປະເທດໃນຂົງເຂດອາຊຽນ ໄດ້ລົງທຶນເພີ່ມພິເສດໃສ່ວຽກງານກີລາລະດັບສູງ ໂດຍສະເພາະກໍາປູເຈຍ, ມຽນມາ, ບຣູໄນ, ຕີມໍ ໄດ້ສົ່ງຄູ່ຝຶກ ແລະ ນັກກີລາເພີ່ມຂຶ້ນຫຼາຍ ລວມທັງຍັງມີການຈ້າງຄູຝຶກຈາກຕ່າງປະເທດ ທີ່ໃຊ້ງົບປະມານມະຫາສານ ແລະ ການນໍານັກກີລາຕ່າງປະເທດ ທີ່ມີເຊື້ອສາຍຂອງຕົວເອງມາຮ່ວມແຂ່ງຂັນໃຫ້

-ສະມັດຕະພາບຂອງນັກກີລາຂອງປະເທດເພື່ອນບ້ານມີຄວາມແຂ່ງແກ່ນຂຶ້ນ ບໍ່ວ່າດ່ານສະມັດຕະພາບຮ່າງກາຍ, ເຕັກນິກ, ຍຸດທະວິທີ ພ້ອມນັ້ນຍັງໄດ້ນໍາໃຊ້ຫຼັກການ ແລະ ເຄື່ອງມືທາງວິທະຍາສາດ ເພື່ອພັດທະນານັກກີລາຢ່າງເປັນຮູບປະທໍາ ແລະ ຫັນເປັນກີລາອາຊີບ

-ຍຸດທະສາດການຍາດແຍ່ງເອົາຫຼຽນມີຄວາມຫຼາກຫຼາຍ ແລະ ປ່ຽນແປງຕະຫຼອດເວລາ ໂດຍສະເພາະປະເທດເຈົ້າພາບ.