ດີໃຈນຳ 1.040 ໂກຕ້າ ຕົວເລກລັດຖະກອນຄູ, ຕ້ອງບັນຈຸກ່ອນ 1 ກໍລະກົດ 2020

243

ຖືວ່າເປັນຂ່າວດີສຳລັບນັກສຶກສາທີ່ຈົບໃໝ່ ແລະ ພະນັກງານອາສາສະໝັກເຮັດວຽກມາຫຼາຍປີ ແຕ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນສົມບູນ. ສະນັ້ນ, ປີ 2020 ລັດຖະບານ ໄດ້ເພີ່ມຈໍານວນລັດຖະກອນໃໝ່ 2.000 ຄົນ, ເພີ່ມຂຶ້ນ 500 ຄົນ ຈາກປີ 2019 ຈຳນວນ 1.500 ຄົນ. ໃນນັ້ນ ຫຼາຍກວ່າໝູ່ແມ່ນຂົງເຂດການສຶກສາ ກວມເອົາ 1.070 ຄົນ.

ໂດຍອີງຕາມມະຕິກອງປະຊຸມສະພາ ສະບັບເລກທີ 20/ສພຊ ລົງວັນທີ 18 ພະຈິກ 2019 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ແລະ ອີງຕາມໜັງສືແຈ້ງການຂອງ ກະຊວງພາຍໃນ ສະບັບເລກທີ 462/ພນ ລົງວັນທີ 19 ທັນວາ 2019.

ໃນວັນທີ 19 ທັນວາ 2019 ສຳນັກງານນາຍົກລັດຖະມົນຕີ ອອກຂໍ້ຕົກລົງ ສະບັບເລກທີ 117/ນຍ ລົງວັນທີ 19 ທັນວາ 2019 ວ່າດ້ວຍການປ່ຽນແປງຕົວເລກລັດຖະກອນໃໝ່ 2020.

ໃນຂໍ້ຕົກລົງ ໂດຍເຫັນດີອະນຸມັດແບ່ງຈຳນວນຕົວເລກລັດຖະກອນໃໝ່ (ໂກຕ້າ) ໃຫ້ບັນດາກະຊວງ, ອົງການຈັດຈັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນປີ 2020 ຈຳນວນ 2.000 ຄົນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ໃຫ້ອະນຸມັດໃຫ້ ບັນດາກະຊວງ, ອົງການທຽບເທົ່າກະຊວງ ຈຳນວນ 1.681 ຄົນ ຫຼາຍກວ່າໝູ່ແມ່ນ ກະຊວງສຶກສາທິການ ແລະ ກິລາ1,070 ຄົນ(  ລັດຖະກອນຄູ 1.040 ຄົນ, ລັດຖະກອນບໍລິຫານ  30 ຄົນ); ຖັດລົງມາແມ່ນ ກະຊວງສາທາລະນະສຸກ  ຈຳນວນ 300 ຄົນ(ລັດຖະກອນບໍລິຫານ20 ຄົນ, ລັດຖະກອນແພດ280ຄົນ). ສ່ວນກະຊວງກະສິກຳ ແລະ ປ່າໄມ້ ໄດ້ 51 ຄົນ; ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຳນວນ 38 ຄົນ; ກະຊວງການເງິນ 30 ຄົນ ແລະ ກະຊວງຕ່າງໆຕາມລຳດັບ.

ສຳລັບ ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ສານປະຊາຊົນສູງສຸດ, ອົງການໄອຍະການ, ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ຈຳນວນ 60 ຄົນ ຫຼາຍກວ່າໝູ່ ແມ່ນສະພາແຫ່ງຊາດ ຈຳນວນ 24 ຄົນ; ອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນ ຈຳນວນ 34 ຄົນ ຫຼາຍກວ່າໝູ່ແມ່ນ ຄະນະຈັດຕັ້ງສູນກາງພັກ ຈໍານວນ 6 ຄົນ. ນອກນັ້ນ, ຍັງມີສະຖາບັນ ແລະ ພິຕິພັນ ຈຳນວນ 12 ຄົນ.

ສຳລັບບັນດາແຂວງ,ນະຄອນຫຼວງວຽງຈັນ ຈຳນວນ 213 ຄົນ. ໃນນັ້ນຫຼາຍກວ່າໝູ່ແມ່ນແຂວງໄຊສົມບູນ 30 ຄົນ. ສ່ວນທະນະຄານແຫ່ງ ສປປ ລາວ ແມ່ນໃຫ້ກຳນົດ ຈໍານວນຕົວເລກລັດຖະກອນໃໝ່ຂອງຕົນຕ່າງຫາກໃຫ້ເໝາະສົມ ແລະ ຕາມຄວາມສາມາດ ໃນການສະໜອງງົບປະມານ ເຊິ່ງບໍ່ນອນໃນຈຳນວນ 2.000 ຄົນ, ໂດຍມອບໃຫ້ທະນາຄານແຫ່ງ ສປປ ລາວ ນໍາສະເໜີໂກຕ້າລັດຖະກອນໃໝ່ຂອງຕົນ ຫາກະຊວງພາຍໃນເພື່ອຊາບ ແລະ ຕິດຕາມ.

ການບັນຈຸລັດຖະກອນໃໝ່ ຕ້ອງບົນພື້ນຖານຄວາມສະເໝີພາບ, ເປີດເຜີຍ, ພາວະວິໄສ ແລະ ເປັນທຳ, ຜູ້ທີ່ຖືກບັນຈຸເຂົ້າລັດຖະກອນ ຕ້ອງຜ່ານລະບົບການສອບເສັງເຂົ້າເປັນລັດຖະກອນແຫ່ງ ສປປ ລາວ ບົນພື້ນຖານຕໍາແໜງງານຫວ່າງ ແລະ ວິຊາສະເພາະທີ່ຕ້ອງການ ໃນອົງການຈັດຕັ້ງລັດ ແລະ ໃຫ້ບັນຈຸເຂົ້າໃສ່ຂັ້ນເມືອງ, ຂັ້ນແຂວງເປັນຕົ້ນຕໍ ແລະ ຫ້າມຮັບເອົາພະນັກງານອາສາະໝັກ ເຂົ້!ເປັນລັດຖະກອນ ໂດຍບໍ່ຜ່ານການສອບເສັງ. ເຊິ່ງຕົວເລກລັດຖະກອນໃໝ່ ຈຳນວນ 2.000 ຄົນ ໃຫ້ບັນຈຸສຳເລັດກ່ອນວັນທີ 1 ກໍລະກົດ 2020.

*