ໂຄງການສ້າງເສັ້ນທາງລົດໄຟ ມອບເງິນຊົດເຊີຍໃຫ້ 3ບ້ານໃນນະຄອນຫຼວງພະບາງ 29ຕື້ກວ່າກີບ

394

ຄະນະປະສານງານໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຂວງຫຼວງພະບາງໄດ້ຈັດພິທີມອບເງີນຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫລວງພະບາງ ເຂດ ນະຄອນ ຫຼວງພະບາງ ຈຳນວນ 3 ບ້ານ ຄື: ບ້ານນູນສະຫວາດ, ບ້ານພິກ ແລະ ບ້ານຊຽງລ້ອມ ລວມທັງໝົດ 79 ຄອບຄົວ, ລວມມູນຄ່າ 29.041 ລ້ານກວ່າກີບ.

ພິທີດັ່ງກ່າວຈັດຂື້ນໃນ ວັນທີ 23 ທັນວາ 2019 ນີ້ຢູ່ຫ້ອງປະຊຸມບ້ານນູນສະຫວາດ ນະຄອນຫຼວງພະບາງ ໂດຍການເປັນປະທານ ແລະ ມອບເງີນສົດເຊີຍ ຂອງ ທ່ານ ຈັນທະວົງ ຜົນນະຈິດ ຫົວຫນ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທັງເປັນຄະນະກໍາມະການຮັບຜິດຊອບການເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະນຳຂອງ ນະຄອນ ຫຼວງພະບາງ, ຄະນະຮັບຜິດຊອບການເບີກຈ່າຍເງີນຄ່າຊົດເຊີຍຂັ້ນແຂວງ,ເມືອງ,ອົງການປົກຄອງບ້ານ ແລະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະ ທົບຈາກ 3 ບ້ານເຂົ້າຮ່ວມ.


ທ່ານ ຈັນທະວົງ ຜົນນະຈິດ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການໃຫຍ່ລະດັບຊາດ, ເປັນເສັ້ນທາງມິດຕະພາບລະຫວ່າງສອງຊາດ ລາວ-ຈີນ ແລະ ເປັນເສັ້ນທາງທີ່ມີຄວາມສຳຄັນຫຼາຍຕໍ່ການພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຊື່ງການກໍ່ສ້າງໄດ້ກວມເອົາທີ່ພັກອາໄສຕະຫຼອດຮອດເນື້ອທີ່ທຳການຜະລິດ ແລະ ຜົນລະປູກ ຂອງປະຊາຊົນຖືກເສຍຫາຍເປັນຈຳນວນຫຼາຍ, ດັ່ງນັ້ນລັດຖະບານທັງສອງປະເທດ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕິດຕາມຕະຫຼອດມາໃນການຊົດເຊີຍຄ່າເສຍຫາຍຂອງປະຊາຊົນໃຫ້ມີຄວາມຍຸດຕິທຳ, ມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ.

ການມອບເງິນຊົດເຊີຍໃນຄັ້ງນີ້ເປັນງວດທີ 3 ຂອງເມືອງ,ງວດທີ 4 ຂອງແຂວງ, ງວດທີ 5 ຂອງໂຄງການ, ເປັນຄັ້ງທີ 7 ຂອງພິທີມອບເງິນຄ່າຊົດເຊີຍຈາກຄະນະກໍາມະການຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟ ມູນຄ່າ 29.041ລ້ານກ່ວາກີບ, ເຊິ່ງມາຮອດປັດຈຸບັນນີ້ງົບປະມານຈ່າຍຄ່າຊົດເຊີຍຈາກລັດຖະບານທັງໝົດ 74.141 ລ້ານກວ່າກີບ, ໄດ້ເບີກຈ່າຍໃຫ້ແກ່ປະຊາຊົນແລ້ວ 18 ບ້ານ, ລວມ 337 ຄອບຄົວ, ມີມູນຄ່າທັງໝົດ 70.891 ລ້ານກວ່າກີບ.

ຂໍ້ມູນຈາກ: ຂ່າວສານຫຼວງພະບາງ